ພິທີມອບ-ຮັບເງິນ

     ໃນວັນທີ 5 ມິຖຸນາ 2026, ສູນກາງແນວລາວສ້າງຊາດ ໄດ້ຮັບເງິນ ຈາກກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງຮ່ວມກັບກຳມາທິການສາທາຣະນູປະການສູນກາງ ໂດຍຜ່ານ ພຣະອານ ພົງສະຫວັນ ອານຸສິນ ກຳມະການ ສນຊ, ທີ່ປຶກສາວຽກງານ ກົມຊັ້ນຄົນ- ການຈັດຕັ້ງສັງຄົມ ແລະ ພຣະອາຈານ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງ ອພສ ເພື່ອຊຸກຍູ້ວຽກງານກູ້ໄພ-ກູ້ຊີບ (ກໍ່ສ້າງອາຄານປະຈຳການຈຸດນາເລົ່າ) ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ, ໃຫ້ກຽດຮັບໂດຍ ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາພັກ ສູນກາງແນວລາວສ້າງຊາດ ເພື່ອມອບຕໍ່ໃຫ້ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ, ເຊິ່ງເປັນພາຄີຂອງສູນກາງແນວລາວສ້າງຊາດ, ເຄື່ອນໄຫວຕິດພັນກັບກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ເປັນເງິນຈຳນວນ 230,000,000 ກີບ
ໃນໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ, ສະແດງຄວາມຂອບໃຈຕໍ່ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງຮ່ວມກັບກຳມາທິການສາທາຣະນູປະການສູນກາງ ທີ່ໄດ້ຊ່ວຍເຫຼື່ອ ປັດໃຈໃນຄັ້ງນີ້ ຜ່ານສູນກາງແນວລາວສ້າງຊາດ ມອບຕໍ່ໃຫ້ມູນນິທິຊ່ວຍເຫຼື່ອຄົນທຸກຍາກແຫ່ງ ສ ປປ ລາວ ເພື່ອນໍາເອົາປັດໃຈດັ່ງກ່າວນີ້ໄປປະຕິບັດກໍ່ສ້າງອາຄານປະຈຳການຈຸດນາເລົ່າ ໃຫ້ສຳເລັດຜົນເປັນຈິງ.
ບກ: ໄພຈິດ
ຂ່າວ-ພາບ: ວັນນາ