ພິທີມອບ-ຮັບ ທຶນກໍ່ສ້າງຫໍພັກຄູ ແລະ ນັກຮຽນ ໃຫ້ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ໄດ້ຈັດຂຶ້ນ ໃນວັນທີ 11 ມີນາ 2024 ຢູ່ສູນກາງແນວລາວສ້າງຊາດ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີ ຫຼວງຕາ ສິນຊັບ ຈາລະນະທັມໂມ, ທ່ານຮອງປະທານບໍ່ປະການ ສູນກາງແນວລາວສ້າງຊາດ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພຣະອາຈານ ພົງສະຫວັນ ອານຸສິນ ກຳມະການສູນກາງແນວລາວສ້າງຊາດ, ທ່ານຫົວໜ້າກົມຊັ້ນຄົນ-ອົງການຈັດຕັ້ງສັງຄົມ, ຄະນະສົງ, ແມ່ຂາວ ແລະ ອອກຕົນຍາດໂຍມ ເຈົ້າສັດທາ ຈາກວັດປ່າບໍ່ນໍ້າພະອິນ ແຂວງອຸບົນຣາຊະທານີ ແຫ່ງຣາຊະອານາຈັກໄທ ເຂົ້າຮ່ວມເປັນສັກຂີພິຍານ.
ເງີນທີ່ນໍາມາມອບໃນຄັ້ງນີ້, ແມ່ນຈະໄດ້ນໍາໃຊ້ເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ ຢູ່ໂຮງຮຽນ 2 ແຫ່ງ ຄື: ໃຫ້ໂຮງຮຽນ ມສ. ນາສະຫວ່າງ, ເມືອງນາໝໍ້ ແຂວງອຸດົມໄຊ ແລະ ມສ. ສໍາພັນ ເມືອງບຸນໃຕ້ ແຂວງຜົ້ງສາລີ ລວມມູນຄ່າເງິນສົດ 1 ລ້ານບາດ ແລະ ພ້ອມອຸປະກອນກໍ່ສ້າງໂຮງຮຽນ 2 ແຫ່ງ ໃຫ້ສໍາເລັດ. ເຊິ່ງເງິນຈໍານວນດັ່ງກ່າວແມ່ນໄດ້ລະດົມມາຈາກອອກຕົນຍາດໂຍມ, ເຈົ້າສັດທາທັງຫຼາຍ.

ໃນໂອກາດນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຕາງໜ້າໃຫ້ຄະນະນໍາ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຮູ້ບຸນຄຸນມາຍັງ ຫຼວງຕາ ສິນຊັບ ຈາລະນະທັມໂມ, ເຈົ້າສັດທາທັງຫຼາຍທີ່ໄດ້ລະດົມທຶນຮອນ, ປັດໃຈທີ່ສໍາຄັນ ເພື່ອມາພັດທະນາການສຶກສາຂອງ ສປປ ລາວ ກໍຄືໄດ້ກໍ່ສ້າງຫໍພັກຄູ ແລະ ນັກຮຽນ 2 ແຫ່ງດັ່ງກ່າວ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ເຊິ່ງເປັນເງື່ອນໄຂໜຶ່ງ ເພື່ອດຶງດູດໃຫ້ນັກຮຽນຕັ້ງໃຈມາສຶກສາຮໍ່າຮຽນ ແລະ ບໍ່ອອກໂຮງຮຽນ, ຄືທີ່ຜ່ານມາແມ່ນຂາດທີ່ພັກອາໃສ ເຊິ່ງສົ່ງຜົນກະທົບໃຫ້ນັກຮຽນທີ່ບ້ານຢູ່ໄກ ບໍ່ສາມາດທຽວມາຮຽນໜັງສືໄດ້ສະດວກ ແລະ ສຸດທ້າຍກໍ່ອອກໂຮງຮຽນ ຫຼື ປະລະການຮຽນ. ພ້ອມດຽວກັນນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ມອບຫຼຽນກາລະນຶກ 60 ປີ ແນວລາວສ້າງຊາດ ໃຫ້ ຫຼວງຕາ ສິນຊັບ ຈາລະນະທັມໂມ.



