ໃນວັນທີ 13 ມັງກອນ 2025 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີ ມອບ-ຮັບ ຈອກເພື່່ອປະກອບສ່ວນໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈາກບໍລິສັດ ລົງທຶນພະລັງງານ ແລະ ບໍ່ແຮ່ລາວ ຈໍາກັດຜູ້ດຽວ ຈໍານວນ 1000 ໜ່ວຍ ມູນຄ່າ 80 ລ້ານກີບ ເຊິ່ງກ່າວມອບໂດຍທ່ານ ຫງຽນແທ້ງຕຸ້ງ ຜູ້ອໍານວຍການບໍລິສັດ ລົງທຶນພະລັງງານ ແລະ ບໍ່ແຮ່ລາວ, ກ່າວຮັບໂດຍທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານຂອງສອງຝ່າຍເຂົ້າຮ່ວມ.

ພ້ອມກັນນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຖືເປັນການປະກອບສ່ວນສໍາຄັນ ເຂົ້າໃນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ຈະນໍາໄດ້ໃຊ້ເກີດປະໂຫຍດສູງສຸດ ນອກນີ້, ທ່ານ ຮອງປະທານ ສນຊ ໄດ້ມອບໃບຍ້ອງຍໍເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີໃຫ້ແກ່ບໍລິສັດ ໃນການປະກອບສ່ວນໃນຄັ້ງນີ້ ຕື່ມອິກ.
ບກ: ກົງແກ້ວ
ຂ່າວ+ພາບ: ລີ


