ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ

     ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ( 20 ກໍລະກົດ 1955 – 20 ກໍລະກົດ 2026 ). ໂດຍການເປັນປະທານຂອງທ່ານ ນາງ ໄຊທິດາ ພົມວິຫານ ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ, ມີສະຫາຍເລຂາໜ່ວຍພັກຫ້ອງການ, ກົມ, ສູນຄົ້ນຄວ້າ ແລະ ຝຶກອົບ ຮົມ ສູນກາງແນວລາວສ້າງຊາດ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກແມ່ຍິງ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໃນວັນທີ 17 ກໍລະກົດ 2026 ທີ່ສູນກາງແນວລາວສ້າງຊາດ.
     ໃນພິທີ, ປະທານກອງປະຊຸມ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ XI ແລະ ວຽກງານກວດກາ , ບົດສະຫຼຸບການເຄື່ອນໄຫວປະຈໍາປີ 2025 ຂອງສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ແລະ ໄດ້ຮັບຊົມວິດີໂອຫວນຄືນມູນເຊື້ອການກຳເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 71 ປີ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງບັນດາເຜົ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນປີ 1984 ໄດ້ຕົກລົງເປັນເອກະພາບ ປ່ຽນຊື່ຈາກສະມາຄົມເເມ່ຍິງລາວຮັກຊາດມາເປັນສະຫະພັນເເມ່ຍິງລາວ ຈົນເຖິງປັດຈຸບັນ, ເພື່ອປະຕິບັດສິດທິຜົນປະໂຫຍດອັນຊອບທຳຂອງເເມ່ຍິງ ເເລະ ເດັກນ້ອຍ ຊ່ວຍເຫຼືອກັນໃນການທຳມາຫາກິນ, ໃນເວລາເຈັບເປັນ ຫຼື ພົບຂໍ້ຫຍຸ້ງຍາກໃນຄອບຄົວ, ຊ່ວຍເຫຼືອກັນໃນການຮໍ່າຮຽນຍົກລະດັບຄວາມຮູ້-ຄວາມສາມາດ, ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ໃນທຸກດ້ານ; ເວົ້າລວມ-ເວົ້າສະເພາະ ກໍຄືສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດມູນເຊື້ອຄວາມເປັນມາ ແລະ ການກຳເນີດເຕີບໃຫຍ່ຂອງສະຫະພັນແມ່ຍິງລາວ ນັບແຕ່ສະໄໝການຕໍ່ສູ້ຈົນມາຮອດປັດຈຸບັນ, ເພື່ອເປັນບ່ອນອີງໃນການຖອດຖອນບົດຮຽນອັນທີ່ສຳຄັນດັ່ງກ່າວນັ້ນ ນຳມາຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນ ໃຫ້ໄດ້ຮັບປະສິດທິຜົນສູງ. ພ້ອມກັນນີ້, ກໍໄດ້ຈັັດກິດຈະກໍາຖາມ-ຕອບ ຕື່ມອີກ.
ຂ່າວ+ພາບ: ໄຊວ່າງ
ບກ: ຄໍາຜາຍ