ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມື ລະຫວ່າງ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ກຸ່ມບໍລິສັດທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຄະນະປະຈຳພັກ, ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ທ່ານ ເນັຍເຫຼີຍ ປະທານສະພາບໍລິຫານ LCTC ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດທ່ອງທ່ຽວວັດທະນະທຳລາວ ມະຫາຊົນ, ມີຜູ້ຕາງໜ້າຫ້ອງການ, ບັນດາກົມ ອ້ອມຂ້າງ ສນຊ ແລະ ບັນດາທ່ານຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂອງທັງສອງຝ່າຍເຂົ້າຮ່ວມ, ໃນວັນທີ 11 ມີນາ 2025 ທີ່ ຫ້ອງປະຊຸມ ຊັ້ນ 2 ສູນກາງແນວລາວສ້າງຊາດ.
ເປົ້າໝາຍຂອງການລົງນາມຮ່ວມມືສອງຝ່າຍໃນຄັ້ງນີ້ ເພື່ອເພີ່ມທະວີການພົວພັນຮ່ວມມື ແລະ ຜັນຂະຫຍາຍເນື້ອໃນຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ຈີນ-ລາວ, ໜຶ່ງແລວ ໜຶ່ງເສັ້ນທາງ, ສັນຍາຮ່ວມມືລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ສັນຍາຂັ້ນທ້ອງຖິ່ນ ລາວ-ຈີນ ເຂົ້າສູ່ຊີວິດຕົວຈີງ ໂດຍກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ແລະ ກຸ່ມບໍລິສັດທ່ອງທ່ຽວວັດທະນະທຳລາວ ມະຫາຊົນ; ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂົງເຂດວຽກງານແນວໂຮມ, ວຽກງານທ່ອງທ່ຽວ ແລະ ຊ່ວຍເຫຼືອສັງຄົມ ໃນຂະບວນການສາມັກຄີ ແລະ ພັດທະນາ, ໂຄງການສ້າງຄຸນງາມຄວາມດີ, ໂຄງການຮັກບ້ານເກີດ ແລະ ໂຄງການອື່ນໆ ຕາມມະຕິຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ເລກທີ 12/ຄປຈ, ລົງວັນທີ 12 ຕຸລາ 2024 ວ່າດ້ວຍການຜັນຂະຫຍາຍ ມະຕິ 04/ກມສພ, ມະຕິ 05/ລບ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ສົ່ງເສີມການຮ່ວມມືພາຍໃນ ແລະ ຕ່າງປະເທດຕາມນະໂຍບາຍ ແລະ ກົນໄກ ຫຼື ຮູບການ ສ້າງກອງທຶນ ຫຼື ມູນນິທິ ແລະ ສ້າງວິສາຫະກິດ ເພື່ອພັດທະນາໂຄງການຂົງເຂດແນວໂຮມ ແລະ ທ່ອງທ່ຽວ.
ຕາງໜ້າລົງນາມສອງຝ່າຍ ລະຫວ່າງ ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ທ່ານ ເນັຍເຫຼີຍ ປະທານສະພາບໍລິຫານ LCTC ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດທ່ອງທ່ຽວວັດທະນະທຳລາວ ມະຫາຊົນ, ທັງສອງຝ່າຍເຫັນດີເຄົາລົບສິດທິຕາມກົດໝາຍ, ຈັນຍາບັນ ແລະ ປະຕິບັດຕາມໜ້າທີ່ທີ່ໄດ້ກຳນົດໄວ້ໃນບົດບັນທຶກຄວາມເຂົ້າໃຈສະບັບນີ້; ທັງສອງຝ່າຍຕ້ອງຮ່ວມມືກັນສ້າງແຜນການ, ແຜນງົບປະມານເພື່ອຮັບໃຊ້ໃນການເຄື່ອນໄຫວວຽກງານຕ່າງໆ ພ້ອມທັງຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການປະຕິບັດໂຄງການໃຫ້ບັນລຸຕົວເລກຄາດໝາຍໄວ້, ໄດ້ມີປະສິດທິພາບ ແລະ ປະສິດທິຜົນ ທາງເສດຖະກິດສັງຄົມ; ສອງຝ່າຍຈະສ້າງສັນຍາຮ່ວມມືສະເພາະແຕ່ລະໂຄງການບົນພື້ນຖານກົດໝາຍ ແລະ ລະບຽບການ; ບົດບັນທຶກຄວາມເຂົ້າໃຈການຮ່ວມມືສະບັບນີ້ມີໄລຍະ 5 ປີ (3/2025-3/2030).
ບ.ກ: ຈິດຕະພົງ
ພາບ+ຂ່າວ: ດວງມະນີ



