ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີເປີດກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI

ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຄັ້ງ​ທີ 2 ສະໄໝ​ທີ XI ໄດ້​ໄຂ​ຂຶ້ນຢ່າງເປັນທາງການ​ ທີ່​ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ໃນ​ວັນ​ທີ 11 ມັງກອນ 2023 ນີ້ ໂດຍ​ໃຫ້​ກຽດກ່າວເປີດ ແລະ ​ເປັນ​ປະທານ​ຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ພະ​ເຖລານຸ​ເຖລະ, ບັນດາທ່ານ​ຮອງ​ປະທານ​​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງ ປະເທດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ພ້ອມດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ; ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດເປັນສອງຮູບແບບຄື: ຮູບແບບປົກກະຕິຢູ່ນະຄອນຫຼວງວຽງຈັນ ແລະ ຮູບແບບວີດີໂອທາງໄກຢູ່ບັນດາແຂວງທົ່ວປະເທດ

ໃນວາລະກອງປະຊຸມ ໄດ້ຮັບຟັງລາຍງານກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ໃນໄລຍະ 1 ປີຜ່ານມາ ແລະກໍານົດທິດທາງແຜນວຽກຈດຸສຸມ ສໍາລັບປີ 2023 ເພື່ອເປັນການຢັ້ງຢືນຕໍ່ຜົນສໍາເລັດດ້ານດີ-ດ້ານອ່ອນ ໃນການເຄື່ອນໄຫວວຽກງານດັ່ງກ່າວ; ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ປະຈໍາປີ 2022 ແລະ ທິດທາງປີ 2023; ຮັບຟັງລາຍງານການຮ່າງມະຕິກ່ຽວກັບວຽກງານ ການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດ; ໃນນີ້, ຍັງຈະໄດ້ຮັບຟັງບັນດາທ່ານ ຮອງປະທານ ສນຊ ຜູ້ບໍ່ປະຈໍາການ ລາຍງານວຽກງານທີ່ຕົນເອງຮັບຜິດຊອບ. ນອກຈາກນີ້, ບັນດາທ່ານກໍາມະການສູນກາງແນວລາວສ້າງຊາດທີ່ເປັນຕົວແທນຈາກອົງການຈັດຕັ້ງພາຄີ ຂອງແນວລາວສ້າງຊາດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ກໍ່ຄື ທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ປະກອບຄໍາເຫັນຕາມການເຈາະຈິ້ມຂອງປະທານກອງປະຊຸມຕື່ມອີກ; ພ້ອມທັງ ຈະໄດ້ມີການພິ ຈາລະນາຮັບຮອງເອົາບຸກຄາລະກອນ ເພື່ອປະກອບເຂົ້າໃນຄະນະກໍາມະການສູນກາງແນວລາວສ້າງຊາດ ເພີ່ມເຕີມ ແລະ ປ່ຽນແທນຈໍານວນໜຶ່ງ, ສຸດທ້າຍຈະໄດ້ມີການຮັບຮອງເອົາມະຕິກອງປະຊຸມຄັ້ງນີ້. ກອງປະຊຸມໃນຄັ້ງນີ້ຈະດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 11-12 ມັງກອນ ຈຶ່ງສໍາເລັດ. ຫຼັງຈາກນັ້ນ, ຜູ້ແທນ ກອງປະຊຸມຈະໄດ້ໄທັດສະນະຢ້ຽມຢາມສະຖານທີ່ທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈໍານວນໜຶ່ງຕື່ມອີກ

 

info@lfnd.org.la | 021 213754 | (856-21) 453191