ພິທີເປີດປື້ມພຣະໄຕຣປິດົກລາວ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີເປີດຕົວປື້ມພຣະໄຕຣປິດົກລາວ ສະບັບສົມບູນ 45 ເຫຼັ້ມ, ທັງສະບັບພາສາບາລີລາວ ແລະ ສະບັບພາສາລາວ ທີ່ອົງການພຸດທະສາສະໜາສຳພັນລາວ ຈັດຂຶ້ນໃນວັນທີ 18 ທັນວາ 2024 ຢູ່ເດີ່ນພະທາດຫຼວງວຽງຈັນ. ເຂົ້າຮ່ວມໃນພິທີມີພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະນາສຳພັນ ແຫ່ງ ສປປ ລາວ, ມີພຣະເຖລະ-ນຸເຖລະ ຈາກທົ່ວປະເທດລາວ, ມີການນຳພັກ-ລັດ ຕາງໜ້າຈາກກະຊວງອົງການ ເຂົ້າຮ່ວມ.

ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຄວາມປິຕິຍິນດີຕໍ່ຄະນະກຳມະການ ສູນກາງອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍຄະນະຮັບຜິດຊອບ ທີ່ໄດ້ພ້ອມພຽງກັນແປ, ຈັດຮຽບຮຽງ, ກວດແກ້ພຣະໄຕປິດົກຈົນສຳເລັດສົມບູນແບບ.          ເຊິ່ງພຣະໄຕຣປິດົກແມ່ນຄັງສະສົມຄວາມຮູ້ດ້ານຕ່າງໆ ທາງພຣະພຸດທະສາສະໜາ; ມີບົດບາດສໍາຄັນໃນການສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຕັ້ງຢູ່ໃນສິນກິນໃນທຳ ແລະ ໄດ້ກາຍເປັນສະຖາບັນທີ່ດຳລົງຄົງໄວ້ເຊິ່ງວັດທະນະທໍາ, ຮີດຄອງປະເພນີອັນເປັນເອກະລັກ ຂອງລາວເຮົາ. ພຣະສົງ-ສາມະເນນ ໄດ້ເຄີຍມີບົດບາດ ໃນການນໍາເອົາຫຼັກສິນທຳຄຳສອນຂອງພຣະພຸດທະເຈົ້າ ສົມທົບແໜ້ນກັບແນວທາງນະໂຍບາຍຂອງພັກ-ລັດ ໄປເທດສະໜາເຜີຍແຜ່ ສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ມີຄວາມສາມັກຄີ, ເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ມີນ້ຳໃຈຮັກຊາດ. ສະນັ້ນໃຫ້ພຣະສົງ-ສາມະເນນ ແລະ ສາສະນິກະຊົນ ຈົ່ງສືບຕໍ່ສຶກສາຄົ້ນຄວ້າ-ຮ່ຳຮຽນຫຼັກທຳຄຳສັ່ງສອນ ຂອງພຣະພຸດທະເຈົ້າ ໃຫ້ເຂົ້າໃຈໄດ້ຢ່າງເລິກເຊິ່ງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດແກ່ຕົນເອງ ແລະ ສັງຄົມ ກໍຄືປະເທດຊາດ.

ຂ່າວ+ພາບ: ຢຢ

ບກ:   ສຊ ຈື້ໄຊ