​​​ພິ​ທີ​ໄຂກອງ​ປະ​ຊຸມຄະ​ນະ​ປະ​ຈຳ ສນ​ຊ ເປີດກວ້າງ ຄັ້ງ​ທີ 4 ສະ​ໄໝ​ທີ XI

​ ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ເປີດກວ້າງ ປະ​ຈຳ​ປີ 2025 ຄັ້ງ​ທີ 4 ສະ​ໄໝ​ທີ XI ໄດ້​​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງ​ທ່ານ ປອ. ສິນ​ລະ​ວົງ ຄຸດ​ໄພ​ທູນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ເຂົ້າ​ຮ່ວມມີ​ບັນ​ດາ​ທ່ານ​ຮອງ​ປະ​ທານ ສນ​ຊ, ຄະ​ນະ​ທີ່​ປຶກ​ສາ, ຄູ່​ຮ່ວມ​ງານ, ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ອ້ອມ​ຂ້າງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍຄະ​ນະ​ກົມ ເຂົ້າ​ຮ່ວມ​ແບບ​ເຊິ່ງ​ໜ້າ ແລະ ແບບ​ວີ​ດີ​ໂອ​ທາງ​ໄກ ຈາກ​ແນວ​ລາວ​ສ້າງ​ຊາດ ​ບັນ​ດາ​ແຂວງ ແລະ ນະ​ຄອນຫຼວງວຽງ​ຈັນ, ທີ່​ຫ້ອງ​ປະ​ຊຸມ​ໃຫຍ່ ຊັ້ນ 2 ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ໃນວັນ​ທີ 11 ກໍ​ລະ​ກົດ 2025;

ກອງ​ປະ​ຊຸມ, ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ແນວ​ລາວ​ສ້າງ​ຊາດ ຄັ້ງ​ທີ XI, ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ ສນ​ຊ ເປີດກວ້າງ ຄັ້ງ​ທີ 3 ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ ຂອງ​ອົງ​ການ​ແນວ​ລາວ​ສ້າງ​ຊາດ ໃນ​ໄລ​ຍະ 6 ​ເດືອນ​ຕົ້ນ​ປີ​ 2025 ແລະ ແຜນ​ວຽກ​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2025; ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບໜ້າ, ປຶກ​ສາ​ຫາ​ລື ແລະ ປະ​ເມີນ​ການ​ກະ​ກຽມ​ຄວາມ​ພ້ອມ​ໃນ​ການ​ຈັດ​ງານ​ສັບ​ປະ​ດາ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດ ຄົບ​ຮອບ 75 ປີ ກໍ​ຄື​ບັນ​ດາ​ກິດ​ຈະ​ກຳ ຂອງ​ແຕ່​ລະ​ອະ​ນຸ​ກຳ​ມະ​ການ ເປັນ​ຕົ້ນ: ອະ​ນຸ​ກຳ​ມະ​ການ​ເນື້ອ​ໃນ ແລະ ເສດ​ຖະ​ກິດ, ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາ-ຂະ​ບວນ​ການ ແລະ ແຂ່ງ​ຂັນ-ຍ້ອງ​ຍໍ ແລະ ອ​ະ​ນຸ​ກຳ​ມະ​ການ​ພິ​ທີ​ການ, ສະ​ຖານ​ທີ່, ປ້ອງ​ກັນ ແລະ ສຸ​ຂະ​ພາບ; ພິ​ຈາ​ລະ​ນາ​ຮັບ​ຮອງ​ຄຳ​ສັບ​ສຳ​ຄັນ​ ຂອງວຽກ​ງານ​ແນວ​ລາວ​ສ້າງ​ຊາດ, ປຶກ​ສາ​ຫາ​ລື ແລະ ພິ​ຈາ​ລະ​ນາ​ຕໍ່​ບົດ​ລາຍ​ງານ​ ຂອງວຽກ​ງານກວດ​ກາ ສນ​ຊ ເປັນ​ຕົ້ນ: ປະ​ເມີນ​ການ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ແນະ​ນຳ 009/​ຄ​ປ​ຈ, ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ ໃນ​ຂົງ​ເຂດ​ແນວ​ລາວ​ສ້າງ​ຊາດ, ຕິດ​ຕາມກວດ​ກາ​ສຽງ​ສະ​ທ້ອນ​ສັງ​ຄົມ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ແຜນ​ວຽກ​ຂອງ​ລັດ​ຖະ​ບານ ເພື່ອ​ເປັນ​ຂໍ້​ມູນ ແລະ ທິດ​ທາງ​ໃນ​ການ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ຂອງ​ສະ​ພາ​ແຫ່ງ​ຊາດ ທ້າຍ​ປີ 2025, ຕິດ​ຕາມກວດ​ກາ​ສຽງ​ສະ​ທ້ອນ​ສັງ​ຄົມ​ຕໍ່​ກັບ​ການກໍ່​ສ້າງ​ສ້ອມ​ແປງ ແລະ ປົກ​ປັກ​ຮັກ​ສາ​ທາງ​ຂອງ​ລັດ; ຮັບ​ຟັງ​ລາຍ​ງານ​ຄວາມ​ຄືບ​ໜ້າ, ປຶກ​ສາ​ຫາ​ລື ແລ​ະ ພິ​ຈາ​ລະ​ນາ​ນິ​ຕິ​ກຳ​ສຳ​ຄັນ ຂອງ​ແນວ​ລາວ​ສ້າງ​ຊາດ ຈຳ​ນວນ​ໜຶ່ງ ເຊັ່ນ: ການ​ຄົ້ນ​ຄວ້າ​ປັບ​ປຸງ​ຮ່າງ​ກົດ​ໝາຍ ວ່າ​ດ້ວຍ​ແນວ​ລາວ​ສ້າງ​ຊາດ; ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຕີ​ຄວາມ​ໝາຍ​ການ​ສ້າງ​ລາຍ​ຮັບເພີ່ມ ຂອງ​ແນວ​ລາວ​ສ້າງ​ຊາດ ແລະ ກອງ​ປະ​ຊຸມ​ຈະ​ໄດ້​ຮັບ​ຮອງ​ເອົາ​ການ​​ແຕ່ງ​ຕັ້ງ ກຳ​ມະ​ການສູນ​ກາງ​ແນວ​ລາວ​ສ້າງ​ຊາດ ປ່ຽນ​ແທນ ​ຕື່ມ​ອີກ;  ​

ໂອ​ກາດກ່າວ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ ສນ​ຊ ເປັນ​ກຽດມີ​ຄຳ​ເຫັນ​ຊີ້​ນຳ ເຊິ່ງ​ມີ​ບາງ​ເນື້ອ​ໃນ​ໄດ້​ເນັ້ນ​ວ່າ: ການ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ປະ​ຕິ​ບັດ​​ຕາມລະ​ບອ​ບ​ປະ​ຊຸມ ​ຂອງ​ຄະ​ນະ​ປະ​ຈຳ ສນ​ຊ, ແຜນ​ວຽກ 6 ເດືອນ​ຕົ້ນ​ປີ 2025;  ໃນນີ້, ກອງ​ປະ​ຊຸມ​ໃຊ້​ເວ​ລາ​ຈຳ​ກັດ ແຕ່​ມີຫຼາຍ​ເນື້ອ​ໃນ​ທີ່​ຈະ​ຕ້ອງ​ໄດ້ພ້ອມ​ກັນ​ຄົ້ນ​ຄວ້າ, ປຶກ​ສາ​ຫາ​ລື ແລະ ພິ​ຈາ​ລະ​ນາ​ເປັນ​ເອ​ກະ​ພາບຮັບ​ຮອງ​ເອົ​າ​ຫຼາຍ​ບັນ​ຫາ ເພື່ອ​ປັບ​ປຸງ​ໃນ​ທ້າຍ​ສະ​ໄໝ​ໃຫ້​ມີ​ໝາກ​ມີ​ຜົນ; ສະ​ນັ້ນ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ່ານ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມສຸມ​ສະ​ຕິ​ປັນ​ຍາ ໃນ​ການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ເນັ້ນ​ໜັກ ຈຸດ​ທີ່​ຈະ​ປະ​ກອບ​ຄຳ​ເຫັນ ​ຢ່າງມີ​ຈຸດ​ສຸມ ຕໍ່​ບັນ​ດາ​ຫົວ​ຂໍ້​ທີ່​ໄດ້​ນຳ​ສະ​ເໜີ​ ເພື່ອ​ເຮັດ​ໃຫ້​ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປດ້ວຍ​ຜົນ​ສຳ​ເລັດ ຕາມ​ຈຸດ​ປະ​ສົງ ແລະ ຄາດ​ໝາຍ ​ທີ່​ວ່າງ​ໄວ້.

​ບກ: ສ​ຊ.ຈື້​ໄຊ

​ຂ່າວ: ພ.ພຽງ

ພາບ: ແສງ​ຫຼ້າ