ພິທີ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

      ວັນທີ 22 ສິງຫາ 2025 ທະນາຄານແຫ່ງ ສປປ ລາວ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ຂຶ້ນ ຢູ່ທີ່ ສະຖາບັນການທະນາຄານ ບ້ານ ຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ເປັນກຽດປາຖະກະຖາ ໂດຍ ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ); ໂດຍເປັນກຽດເຂົ້າຮ່ວມ ທ່ານ ນາງ ບຸນຄຳ ວໍລະຈິດ ກໍາມະການສູນກາງພັກ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ມີບັນດາທ່ານຄະນະປະຈໍາພັກ, ຄະນະກໍາມະການພັກ, ເລຂາ, ຮອງເລຂາໜ່ວຍພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.
     ໃນໂອກາດນີ້ ທ່ານຮອງປະທານ ສນຊ ໄດ້ຍົກໃຫ້ເຫັນ ຄວາມສໍາຄັນ ແລະ ຄວາມຈໍາເປັນ ພາວະວິໄສ ທີ່ພາໃຫ້ເກີດມີອົງການແນວໂຮມ ມາເປັນຫຼັກແຫຼ່ງໃນການເຕົ້າໂຮມກໍາລັງຮັກຊາດ ເພື່ອຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮາກ ທັງແບບເກົ່າ ແລະ ແບບໃໝ່. ພ້ອມກັນນີ້, ກໍໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານພົ້ນເດັ່ນຂອງແນວລາວສ້າງຊາດ ແລະ ມີຊື່ເອີ້ນທີ່ແຕກຕ່າງກັນ ຄື: ແນວລາວອິດສະຫຼະ (ປີ 1950- ປີ 1956), ແນວລາວຮັກຊາດ (ປີ 1956- ປີ 1979) ແລະ ແນວລາວສ້າງຊາດ(ປີ1979-ປັດຈຸບັນ). ສັງລວມແລ້ວ ແນວລາວສ້າງຊາດ ເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະຫຼະພາບ; ແນວລາວຮັກຊາດເປັນຄັນທຸງ, ເປັນແກນກາງຂອງແນວໂຮມເອກກະພາບແຫ່ງຊາດ, ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກໍາລັງທີ່ຮັກຊາດ, ຕໍ່ສູ້ເພື່ອປົກປັກຮັກສາເອກະລາດຂອງຊາດ ໃນວັນທີ 12 ຕຸລາ 1945 ເຕົ້າໂຮມກໍາລັງຮັກຄວາມເປັນທຳ, ຄວາມກ້າວໜ້າຂອງສັງຄົມ ແລະ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ; ແນວລາວສ້າງຊາດ ຍັງສືບຕໍ່ເຮັດບົດບາດເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃຕ້ການນໍາພາຂອງພັກ ຊຶ່ງແນວລາວສ້າງຊາດໃນໄລຍະໃໝ່ ແມ່ນເຮັດໜ້າທີ່ການສ້າງກ້ອນກໍາລັງມະຫາສາມັກຄີຂອງປວງຊົນລາວທັງຊາດ ແລະ ການເຕົ້າໂຮມກຳລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ, ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ;
     ໂອກາດນີ້, ທ່ານຮອງປະທານ ສນຊ ຕາງໜ້າໃຫ້ການນໍາຂອງສູນກາງແນວລາວສ້າງຊາດ ສະແດງຄວາມຊົມເຊີຍ ຕໍ່ການນໍາຂອງທະນາຄານແຫ່ງ ສປປ ລາວ ທີ່ເຫັນຄວາມສໍາຄັນຂອງວຽກງານແນວໂຮມ ແລະ ຈັດພິທີປາຖະກະຖາ ວັນສໍາຄັນດັ່ງກ່າວຂຶ້ນເພື່ອເຮັດໃຫ້ ພະນັກງານ-ລັດ ຖະກອນ ຂອງຕົນໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງພາລະບົດບາດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ.
ບກ: ໄພຈິດ
ຂ່າວ+ພາບ: ລິຂິດ