ຢ້ຽມຢາມ ແລະ ອວຍພອນ ອາດີດນັກຮົບປະຕິວັດ ກອງຮ້ອຍລາດຊະວົງ

ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ອາດີດນັກຮົບປະຕິວັດ ກອງຮ້ອຍລາດຊະວົງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ; ໃນວັນທີ 21 ມັງກອນ 2025, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວ ລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ພໍ່ເຖົ້າລາດຊະວັງ ໜຶ່ງໃນອາດີດ ນັກຮົບປະຕິວັດ ກອງຮ້ອຍລາດຊະວົງ ທີ່ໄດ້ຮັບການສ້າງຕັ້ງຂຶ້ນວັນທີ 20 ມັງກອນ 1949; ເຊິ່ງປັດຈຸບັນເພີ່ນດຳລົງຊີວິດຢູ່ບ້ານພູຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ.