ລັດຖະມົນຕີຕ່າງປະເທດ ລາວ-ຣັດເຊຍ ສືບຕໍ່ປຶກສາຫາລືການຮ່ວມມືສອງຝ່າຍ

     ໃນວັນທີ 10 ຕຸລາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຊີຣເກ ລາວະຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຣັດເຊຍ ແລະ ຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫລວງວຽງຈັນ.
     ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງຈະເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີມີມາຍາວນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
     ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຣັດເຊຍ ໄດ້ປຶກສາຫາລື ແລະ ຕີລາຄາການພົວພັນຮ່ວມມືສອງຝ່າຍດ້ານຕ່າງໆ ໃນໄລຍະຜ່ານມາ ເຊິ່ງເຫັນວ່າ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ ແມ່ນນັບມື້ມີຄວາມໜັກແໜ້ນຍິ່ງຂຶ້ນ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ໂດຍໄດ້ມີການພົບປະແລກປ່ຽນກັນຢ່າງໃກ້ຊິດ ທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂົງເຂດພາກພື້ນ-ສາກົນ ແລະ ຮ່ວມມືກັນ ໃນຫລາຍຂົງເຂດວຽກງານ; ສອງຝ່າຍຍັງໄດ້ທົບທວນຄືນການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນ ການເງິນ, ວັດທະນະທໍາ ແລະ ການທ່ອງ ທ່ຽວ, ການສຶກສາ, ການຮ່ວມມືດ້ານນັກບິນອາວະກາດ, ຂົງເຂດພະລັງງານ, ການຂົນສົ່ງທາງລົດໄຟ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
     ຂະນະດຽວກັນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເຊີຣເກ ລາວະຣົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.