ເພື່ອເປັນການສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ, ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງຂອງ ສປ ຕີມໍ-ເລສເຕ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເກ ຣາລາ ຊານານາ ກຸສເມົາ (H. E. Mr. Kay Rala Xanana Gusmão), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ, ໃນຕອນແລງຂອງວັນທີ 08 ຕຸລາ 2024, ທີ່ ນະຄອນຫຼວງວຽງຈັນ.
ໃນການພົບປະ, ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ ແລະ ຕີມໍ-ເລສເຕ ຕະຫຼອດໄລຍະ 2 ທົດສະວັດ ຜ່ານມາ ທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ເຂົ້າສູ່ລວງເລິກເປັນກ້າວໆ ໂດຍສະເພາະ ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍ ໄດ້ມີການແລກປ່ຽນການພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ ເປັນປົກກະຕິ. ພິເສດ ກໍ່ແມ່ນຜົນສໍາເລັດຂອງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສປ ຕີມໍ-ເລສເຕ ໃນເດືອນກຸມພາ 2024 ຜ່ານມາ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ຈັດຕັ້ງຜັນຂະຫຍາຍບັນດາສັນຍາຮ່ວມມືທີ່ໄດ້ລົງນາມຮ່ວມກັນ ເປັນຕົ້ນ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ສະບັບໃຫມ່ ໃນປີ 2024 ໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ. ພ້ອມນັ້ນ ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ຂົງເຂດກະສິກຳ, ການທ່ອງທ່ຽວ, ພະລັງງານນ້ຳມັນ ແລະ ອື່ນໆ. ຝ່າຍລາວ ຍັງໄດ້ເຫັນດີຈະຊຸກຍູ້ໃຫ້ມີການພົບປະກັນລະຫວ່າງພາກທຸລະກິດ (SMEs) ເພື່ອສົ່ງສິນຄ້າ ເຂົ້າ-ອອກ ປະເພດສິນຄ້າຕ່າງໆຂອງສອງປະເທດ ໂດຍສະເພາະ ການປະສານສົມທົບກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຕີມໍ-ເລສເຕ ໃນຕໍ່ຫນ້າ.
ໃນໂອກາດດຽວກັນນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສັນຍາທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນ ສັນຍາ ວ່າດ້ວຍ ການຍົກເວັ້ນວີຊາສຳລັບຜູ້ຖືຫນັງສືຜ່ານແດນທົ່ວໄປ ແລະ ສັນຍາການແລກປ່ຽນທີ່ດິນ ແລະ ເຮືອນ ເພື່ອຮັບໃຊ້ວຽກງານການທູດ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ, ເຊິ່ງຈະປະກອບສ່ວນສຳຄັນໃນການຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ລະຫວ່າງປະຊາຊົນສອງປະເທດ ກໍຄື ການກະກຽມສ້າງຕັ້ງສຳນັກງານສະຖານທູດລາວ ທີ່ ນະຄອນຫຼວງດີລີ, ສປ ຕີມໍ-ເລສເຕ ໃນອະນາຄົດ (ຝ່າຍ ຕີມໍ-ເລສເຕ ໄດ້ສ້າງຕັ້ງສໍານັກງານສະຖານທູດຂອງຕົນ ຢູ່ ສປປ ລາວໃນວັນທີ 16 ມິຖຸນາ 2014). ໃນນາມປະທານອາຊຽນ 2024, ສປປ ລາວ ຈະສືບຕໍ່ສະໜັບສະໜູນ ຕີມໍ-ເລສເຕ ໃນການກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ຖືເປັນໜຶ່ງໃນບູລິມະສິດການເປັນປະທານອາຊຽນຂອງ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ເກ ຣາລາ ຊານານາ ກຸສເມົາ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ, ລັດຖະບານ ຕີມໍ-ເລສເຕ ສະແດງຄວາມຫມາຍຫມັ້ນຈະສືບຕໍ່ເພີ່ມທະວີການຮ່ວມມືກັບຝ່າຍລາວ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ, ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ຕີມໍ-ເລສເຕ ໃນການເຂົ້າເປັນປະເທດສະມາຊິກອາຊຽນ ໃນປີ 2025 ທີ່ຈະມາເຖິງນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ລາວ ແລະ ຕີມໍ-ເລສເຕ ຈົ່ງສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ລະດັບໃຫມ່ໃນອະນາຄົດ.



