ສນຊ ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII

     ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມເຊື່ອມຊຶມຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແບບເຊິ່ງໜ້າ ແລະ ຜ່ານລະບົບວີດີໂອທາງໄກ ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານ ສນຊ (ປະຈຳການ ແລະ ບໍ່ປະຈຳການ), ມີບັນດາທ່ານກຳມະການສູນກາງແນວລາວສ້າງຊາດ ອ້ອມຂ້າງ, ແຂກຖືກເຊີນ ພ້ອມດ້ວຍກໍາມະການ ສນຊ ປະຈໍາຢູ່ນະຄອນຫລວງ-ບັນດາແຂວງ ແລະ ພະນັກງານຫລັກແຫລ່ງຂອງບັນດາແຂວງ ໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ, ໃນວັນທີ 21 ກໍລະກົດ 2026;
     ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ເປັນກຽດກ່າວເປີດກອງປະຊຸມ ແລະ ແຈ້ງຈຸດປະສົງ, ເນື້ອໃນ ຄວາມສໍາຄັນຂອງກອງປະຊຸມຄັ້ງນີ້ ເປັນການເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ເພື່ອໃຫ້ທຸກພາກສ່ວນ ແລະບຸກຄົນກໍາມະການ ສນຊ ພ້ອມດ້ວຍພະນັກງານຫ໌ັກແຫຼ່ງທຸກທ່ານທີ່ເຂົ້າຮ່ວມ ເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ; ໃນນີ້, ກອງປະຊຸມໄດ້ຜ່ານເນື້ອໃນທີ່ສໍາຄັນຄື: ແຜນວຽກຈຸດສຸມໃນລາຍງານການເມືອງກອງປະຊຸມໃຫຍ່ ສະເໜີໂດຍ ທ່ານ ນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງປະທານ ສນຊ; ກົດລະບຽບ ຂອງແນວລາວສ້າງຊາດ ສະໄໝທີ XII ສະ ເໜີໂດຍໂດຍ ທ່ານ ນາງ ໄຊທິດາ ພົມວິຫານ, ຮອງປະທານ ສນຊ; ມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາອົງການແນວລາວສ້າງຊາດ ປີ 2026-2030 ສະເໜີໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງປະທານ ສນຊ; ພ້ອມນີ້, ບັນດາທ່ານທີ່ເຂົ້າຮ່ວມໄດ້ປະກອບຄຳເຫັນຕາມການເຈາະຈີ້ມ ຢ່າງກົງໄປກົງມາ, ມີບັນຍາກາດສ້າງສັນ ແລະ ຟົດຟື້ນ;
     ໃນໂອກາດສໍາຄັນນີ້, ທ່ານ ສຈ. ປອ. ກິແກ້ວ ໄຂຄໍາພິທູນ ໄດ້ສັງລວມຄໍາເຫັນ ແລະ ມີທິດຊີ້ນໍາ ເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານ ຂອງແນວລາວສ້າງຊາດ ໃນຕໍ່ໜ້າ, ໂດຍໄດ້ເນັ້ນໜັກໃຫ້ທຸກພາກສ່ວນການຈັດຕັ້ງພາຄີ ແລະ ບຸກຄົນກໍາມະການ ສນຊ ສະໄໝທີ XII ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຕິດພັນກັບການຜັນຂະຫຍາຍມະຕິ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ປະກົດຜົນເປັນຈິງ, ສ້າງຄວາມສາມັກຄີເປັນເອກະພາບ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮຸ່ງເຮືອງ.
ຂ່າວ ແລະ ພາບ: ພ.ພຽງ, ດວງ, ລີ
ບກ: ພ.ບຸບຜາ