ສນຊ ຈັດພິທີ ປາຖະກະຖາ ຫວນຄືນມູນເຊື້ອວິລະກຳຂອງການນຳພັກ-ແນວລາວຮັກຊາດ

     ໃນວັນທີ 20 ພຶດສະພາ 2026, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີ ປາຖະກະຖາ ເລົ່າມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18 ພຶດສະພາ 1959-18 ພຶດສະພາ 2026), ວິລິກໍາໂຕນຄຸກຢ່າງມະຫັນສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວສ້າງຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026) ໂດຍການເປັນກຽດ ປາຖະກະຖາຂອງ ທ່ານ ດຣ ນາງ ອິນລາວັນແກ້ວບຸນພັນ ອະດິດກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ມີຄະນະພັກ, ຄະນະປະຈຳ, ກຳມະການສູນກາງແນວລາວສ້າງຊາດ, ຕາງໜ້າການຈັດຕັ້ງສາສະໜາ, ສະມາຄົມຜູ້ສູງອາຍຸ, ພ້ອມດ້ວຍພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດເຂົ້າຮ່ວມ.
     ການປາຖະກະຖາ ຄັ້ງນີ້, ເພື່ອທົບທວນຄືນມູນເຊື້ອອົງອາດກ້າຫານຂອງກອງທັບ, ຜູ້ນຳພັກ ແລະ ລັດ ໂດຍສະເພາະ ການຊີ້ນໍາອັນສະຫຼາດສ່ອງໃສຂອງພັກ ໃນການຜ່າວົງປິດລ້ອມສັດຕູ ຂອງກອງພັນທີ 2 ວິລະຊົນ ແລະ ວິລະກຳໂຕນຄຸກ ທີ່ມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ກັບຄືນສູ່ເຂດທີ່ໝັ້ນຂອງ ການປະຕິວັດຢ່າງປອດໄພ; ເປັນການເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງ, ຊຸກຍູ້ຈິດໃຈປະຊາຊົນອອກແຮງງານ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງເປັນການປຸກລະດົມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ຂອງລັດ ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ແຜນພັດທະນາແນວລາວສ້າງຊາດ 5 ປີ ໃຫ້ເຂົ້າສູ່ຊີວິດຕົວຈິງ.
ບກ: ອຸດອນ
ຂ່າວ-ພາບ: ຂິດ