ສນຊ ຕ້ອນຮັບການເຂົ້າຢ້ຽມຊົມທັດສະນະສຶກສາຫໍມູນເຊື້ອ ແນວລາວສ້າງຊາດ.

 

 

ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ, ວັນທີ 13 ສິງຫາ 1950 ຫາ 13 ສິງຫາ 2024 ນີ້, ທ່ານ ສື່ເຊັ້ງ ຈຶ້ໄຊ ຮອງຫົວໜ້າກົມໂຄສະນາ ສນຊ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຊົມ ຫໍມູນເຊື້ອແນວລາວສ້າງຊາດ ນໍາໂດຍຂອງທ່ານ ພູວົງ ມະນີວົງ ຮອງຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ.

ການຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ໄດ້ຮັບຟັງການບັນຍາຍ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໄດ້ຮັບການສ້າງຕັ້ງຂຶ້ນ ວັນທີ13 ສິງຫາ 1950 ເຊິ່ງໄດ້ເຕົ້າ ໂຮມຄວາມສາມັກຄີປະຊາຊົນລາວບັນດາຊົນເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ.