ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ປາຖະກະຖາວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

     ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປາຖະກະຖາວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ຄໍາພັນ ເຜີຍຍະວົງ ເລຂາ ທິການສູນກາງພັກ, ຫົວໜ້າຄະນະໂຄສະນາ-ອົບຮົມສູນກາງພັກ, ປະທານສະ ພາທິດສະດີສູນກາງພັກ, ມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ ແລະ ແນວລາວສ້າງຊາດແຂວ-ນະຄອນຫຼວງ ພ້ອມດ້ວຍພະ ນັກງານ-ລັດຖະກອນສູນກາງແນວລາວສ້າງຊາດເຂົ້າຮ່ວມ ເຊິ່ງໃນພິທີດັ່ງກ່າວໄດ້ຈັດເປັນ 2 ຮູບແບບ: ແບບເຊິ່ງໜ້າ ແລະ ແບບວີດີໂອທາງໄກໃນວັນທີ 6 ກຸມພານີ້.
      ທ່ານ ຄໍາພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນ 3 ເນື້ອໃນໃຫຍ່ເປັນຕົ້ນ: ຊີວິດ ແລະ ພາລະກິດ ຂອງປະທານ ຄຳໄຕ ສີພັນດອນ ໂດຍຫຍໍ້; ພົນງານທີ່ພົ້ນເດັ່ນໃນການປະກອບສ່ວນເຂົ້າໃນພາລະກິດປະຕິວັດຊາດເມື່ອກ່ອນ ແລະ ພາຍຫຼັງປົດປ່ອຍປະເທດຊາດ ແລະ ຊີວິດຂອງທ່ານພາຍຫຼັງຮັບນະໂຍບາຍພັກຜ່ອນບຳນານ ເຊິ່ງທ່ານ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນຜູ້ນໍາຮຸ່ນທໍາອິດຂອງການປະຕິວັດລາວເຂົ້າຮ່ວມການປະຕິວັດຊາດແຕ່ອາຍຸ 24 ປີ ໄດ້ຮ່ວມກັບຜູ້ນໍາຄົນອື່ນໆນໍາພາໆລະກິດຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງ ຂອງຈັກກະ ພັດຕ່າງດ້າວ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ເສຍ ສະຫຼະທຸກສິ່ງທຸກຢ່າງ, ອຸທິດສະຕິປັນຍາ ແລະ ກໍາລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຈັດຕັ້ງນໍາພາຂະບວນການປະຕິວັດ, ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື່ອໝັ້ນໄວ້ວາງໃຈຈາກໝູ່ຄະນະ ກໍຄື ພະນັກງານ-ນັກຮົບ, ປະຊາຊົນບັນດາເຜົ່າ ແລະ ໄດ້ຮັບການມອບໝາຍຫຼາຍໜ້າທີ່ສໍາຄັນເປັນລໍາດັບ ແລະ ເປັນຂັ້ນໆມາ.
      ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກເສັ້ນທາງປະຕິວັດຢູ່ປະເທດເຮົາ ຊຶ່ງເວລາໃດກໍມີຄວາມໜັກແໜ້ນທາງດ້ານການເມືອງ, ສະຕິຕໍ່ການຈັດຕັ້ງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຄຽງບ່າຄຽງໄຫຼ່ກັບ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາຄົນອື່ນໆ ຂອງການປະຕິວັດລາວ ຈົນໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975; ຕໍ່ຈາກນັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງທັງໄດ້ນໍາພາ-ຊີ້ນໍາ ແລະ ເປັນຜູ້ນຳພາຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ຊີວິດພາຍຫຼັງຮັບນະໂຍບາຍພັກຜ່ອນບຳນານທ່ານຍັງສືບຕໍ່ອຸທິຕົນລົງພົບປະໂອ້ລົມປະຊາຊົນບັນດາເຜົ່າ, ປະກອບສ່ວນຊ່ວຍເຫຼືອປະຊາຊົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກ; ຜັນຂະຫຍາຍແນວທາງຂອງພັກໃນການລ້ຽງ, ການປູກ, ດຸໝັນ ແລະ ຮັກການອອກແຮງງານ.
     ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ເນັ້ນໃຫ້ພະນັກງານນໍາພາຫຼັກແຫຼ່ງ ແລະ ພະນັກງານສູນກາງແນວລາວສ້າງຊາດ ຈົ່ງພ້ອມກັນຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ, ຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ ແລະ ນໍາເອົາແບບຢ່າງທີ່ດີ ຂອງປະທານ ຄໍາໄຕ ສີພັນດອນ ໝູນໃຊ້ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ເພື່ອພັດ ທະນາປະເທດຊາດ ກ້າວຂຶ້ນຕາມອຸດົມການສັງຄົມນິຍົມຂອງພັກຢ່າງບໍຢຸດຢັ້ງ.
ບກ: ແພງພັນ
ພາບ-ຂ່າວ: ເລົ່າລໍ່, ແສງຫຼ້າ
 
info@lfnd.org.la | 021 213754 | (856-21) 453191