ສູນກາງແນວລາວສ້າງຊາດ

Lao Front For National Development

ມູນເຊື້ອ 74 ປີຂອງກອງທັບປະຊາຊົນລາວ

 

ໃນ​ວັນ​ທີ 7 ກຸມພາ 2023 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດປາຖະກະຖາ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949 ຫາ 20 ມັງກອນ 2023),​ ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ພົນຕີ ວໍລະສານ ວິລັດດາວົງ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ເປັນກຽດເຂົ້າຮ່ວມຮັບຟັງມີ ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ສນຊ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ພ້ອມ​ດ້ວຍ ​ພະນັກງານ​ ແລະ ກໍາມະການ ສນຊ ອ້ອມຂ້າງສູນກາງ, ບັນດາສາສະໜາເຂົ້າ​ຮ່ວມ.

ທ່ານ ພົນຕີ ວໍລະສານ ວິລັດດາວົງ ໄດ້​ຫວນ​ຄືນ​ມູນເຊື້ອ​ແຫ່ງ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວລວມ​ທັງ​ຜົນງານ ແລະ ໄຊຊະນະ ທີ່​ກອງທັບ​ປະຊາຊົນ​ລາວ ຍາດ​ມາ​ໄດ້ຕະຫຼອດ​ໄລຍະ 74 ປີ ມີຫຼາຍເຫດການ ໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ເຂົ້າມາຮຸກຮານ ແລະ ຄອບຄອງໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ຊຶ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງສາ ເມືອງ ຊຽງຄໍ້ ແຂວງ ຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ, ແຕ່ເພື່ອປົກປັກຮັກສາປະເທດຊາດດ້ວຍນ້ຳໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ຕໍ່ສູ້ບໍ່ຍອມຈໍານົນກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າສືບຕໍ່ດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແລ້ວ ກອງທັບກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດໄປພ້ອມໆກັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກໍາລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນວິທີເຮັດວຽກໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.

​ປາຖະກະຖາຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານ-ລັດຖະກອນ ຂອງສູນກາງແນວລາວສ້າງຊາດ ໄດ້ຮັບຮູ້ເຂົ້າໃຈກຳແໜ້ນມູນເຊື້ອແຫ່ງ​ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ແລະ ຜົນງານອັນພິລະອາດຫານຂອງ​ກອງທັບປະຊາຊົນລາວ​ໃນແຕ່ໄລຍະຜ່ານ, ນຳໄປ​ຈັດ​ຕັ້ງ​ປະຕິບັດ ແລະ ສືບຕໍ່ເສີມຂະຫຍາຍທາດແທ້​ມູນເຊື້ອອັນພິລະອາດຫານ, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີປະຊາຊົນລາວບັນດາເຜົ່າ.

 

info@lfnd.org.la | 021 213754 | (856-21) 453191