ວັນທີ 5 ສິງຫາ 2026 ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອໃຫ້ແກ່ ພະນັກງານ-ລັດຖະ ກອນ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ຕິດພັນກັບບັນດາວັນສໍາຄັນຂອງພັກ, ຂອງຊາດ ໃນເດືອນສິງຫາ ແລະ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ສູນກາງແນວລາວສ້າງຊາດຄັ້ງທີ VI.
ເຄື່ອງຊ່ວຍເຫຼືອທີ່ນໍາມາມອບໃນຄັ້ງນີ້ ໂດຍໄດ້ຮັບການອຸປະຖຳຈາກ ທ່ານ ເຕີຍ ສົມສັກ, ກໍາມະການສູນກາງແນວລາວສ້າງຊາດ, ຮອງປະທານ ສນຊ ບໍ່ປະຈໍາການ, ປະກອບມີ ເຂົ້າສານໜຽວ 146 ເປົາ ແລະ ນ້ຳດື່ມ (ລວມມູນຄ່າ 59 ລ້ານກີບ),; ເຊີ່ງໃຫ້ກຽດເປັນຜູ້ມອບໂດຍ ທ່ານ ນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ກ່າວຮັບ ໂດຍບັນດາທ່ານຜູ້ຕາງໜ້າຈາກທຸກກົມ ພາຍໃນ ສນຊ;
ໃນໂອກາດດັ່ງກ່າວ, ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ກ່າວເຖິງຈຸດປະສົງຂອງພິທີ ພ້ອມທັງໃຫ້ທິດໂອ້ລົມ ແລະ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງ ທ່ານ ເຕີຍ ສົມສັກ ພ້ອມດ້ວຍຄະນະ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ນຳເອົາເຄື່ອງບໍລິໂພກ ມາມອບໃຫ້ໃນຄັ້ງນີ້; ເຄື່ອງທັງໝົດແມ່ນໄດ້ຈັດແບ່ງ ແລະ ມອບ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງ ສນຊ ທຸກຄົນຢ່າງທົ່ວເຖິງຕາມເປົ້າໝາຍ ເພື່ອເປັນການຊຸກຍູ້ກຳລັງໃຈໃນຍາມເສດຖະກິດ ມີຄວາມຫຍຸ້ງຍາກ ແລະ ໃຫ້ເກີດປະໂຫຍດສູງສຸດ.


