ສນຊ ມອບເຄື່ອງໃຫ້ນັກຮຽນປະຖົມບ້ານ ເລົ່າ​ໝາດ

     ໃນວັນທີ 13 ພຶດສະພາ 2026, ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ແນວລາວສ້າງຊາດເມືອງຈຳ​ພອນ ແຂວງສະ​ຫວັນ​ນະ​ເຂດ ຈັດກິດຈະກໍາ ມອບເຄື່ອງໃຫ້ຄູອາຈານ ແລະ ນ້ອງນັກຮຽນປະຖົມບ້ານເລົ່າ​ໜາດ ເມືອງຈຳ​ພອນ ແຂວງສະ​ຫວັນ​ນະ​ເຂດ ໂດຍມີ ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ ສະໄໝທີ XI ກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XII, ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ພ້ອມດ້ວຍຄະນະ, ທ່ານ ປອ ວັນ​ປະ​ເສີດ ແກ້ວ​ມະ​ນີ​ໄຊ ຮອງ​ປະ​ທານ​ແນວ​ລາວ​ສ້າງ​ຊາດ​ແຂວງ, ທ່ານ ລຳ​ດວນ ເມືອງ​ມະ​ນີ ຄະ​ນະ​ປະ​ຈຳ​ພັກ​ເມືອງ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ​ຈຳ​ພອນ, ມີກໍາມະການແນວລາວສ້າງຊາດເມືອງ, ສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ ພ້ອມດ້ວຍຫຼານນ້ອຍນັກຮຽນເຂົ້າຮ່ວມ;
     ເຄື່ອງທີ່ນໍາມາມອບປະກອບມີ ອຸປະກອນການຮຽນ (ປຶ້ມຂຽນ, ບິກ, ສໍດຳ, ບັນທັດ, ເສື້ອກິລາ, ບານສົ່ງ, ບານເຕະ ແລະ ກະຕໍ້) ລວມມູນຄ່າ 15,050,000ກີບ (ສິບຫ້າລ້ານຫ້າສິບພັນກີບ); ເຄື່ອງດັ່ງກ່າວໄດ້ມາຈາກການປະກອບສ່ວນຈາກສັງຄົມ ເຊິ່ງເປັນກິດຈະກໍາໜຶ່ງ ເພື່ອຊົມເຊີຍຜົນສຳເລັດກອງ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ການດຳເນີນປະຊຸມໃຫຍ່ອົງຄະນະພັກ ສນຊ ຄັ້ງທີ VI ທີ່ຈະໄຂຂຶ້ນໃນເດືອນມິຖຸນາ ທີ່ຈະມາເຖິງ ແລະ ທັງເປັນການໃຫ້ກໍາລັງໃຈແດ່ ຄູ-ອາຈານ ແລະ ຫຼານນ້ອຍນັກຮຽນ ໃນການຮຽນ-ການສອນ ຕື່ມອີກ.
ບກ: ພ.ພຽງ
ຂ່າວ-ຮູບ: ຂິດ