ສນຊ ລົງພົບປະຢ້ຽມຢາມ ແລະ ຊຸກຍູ້ປະຊາຊົນ ຢູ່ແຂວງໄຊສົມບູນ

ໃນລະຫວ່າງວັນທີ 27-28 ມີນາ 2025 ນີ້, ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມປະຊາຊົນຢູ່ບ້ານໂພນເລົ່າ ແລະ ບ້ານສັນປາຕອງ ເມືອງລ້ອງຊານ ແຂວງໄຊສົມບູນ; ມີແນວລາວສ້າງຊາດແຂວງ, ແນວລາວສ້າງຊາດເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນສອງບ້ານດັ່ງກ່າວ ເຂົ້າຮ່ວມ.

ການລົງພົບປະຢ້ຽມຢາມໃນຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມຂອງທັງສອງບ້ານໂດຍຫຍໍ້ວ່າ: ບ້ານໂພນເລົ່າປະກອບມີ 5 ຊົນເຜົ່າ ຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ, ອິວມ້ຽນ ແລະ ເຜົ່າຜູ້ນ້ອຍ; ບ້ານສັນປາຕອງປະກອບມີ 2 ຊົນເຜົ່າ ຄື: ເຜົ່າລາວ ແລະ ເຜົ່າມົ້ງ; ເຖິງວ່າຈະມີຫຼາຍຊົນເຜົ່າຢູ່ຮ່ວມກັນ ແຕ່ປະຊາຊົນກໍ່ໄດ້ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເປັນຈິດໜຶ່ງໃຈດຽວ, ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ, ປະຊາຊົນສ່ວນຫຼາຍຢຶດຖືອາຊີບກະສິກຳເປັນຫຼັກ ເປັນຕົ້ນແມ່ນການປູກໄມ້ອຸດສາຫະກຳ ແລະ ການລ້ຽງສັດ. ໂດຍເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງເມືອງລ້ອງຊານ ໃນແຕ່ລະໄລຍະ. ມາຮອດປັດຈຸບັນສອງບ້ານດັ່ງກ່າວ ໄດ້ຮັບນາມມະຍົດເປັນບ້ານພັດທະນາ, ເປັນບ້ານສາມັກຄີປອງດອງ, ບ້ານໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ບ້ານປ້ອງກັນຄວາມສະຫງົບ ແລະ ໄດ້ຮັບໃບຢັ້ງຢືນລົບລ້າງການກືກໜັງສື.

ພ້ອມກັນນີ້, ທ່ານ ຄຳໄຫຼ ສີປະເສີດ ກໍໄດ້ລົງຊຸກຍູ້ກອງທຶນສາມັກຄີແນວລາວສ້າງຊາດ ຢູ່ບ້ານສັນປາຕອງ ພ້ອມທັງໄດ້ຮັບຟັງການລາຍງານຈາກຫົວໜ້າກອງທຶນວ່າ: ກອງທຶນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2019 ມີທຶນໝູນວຽນ 5,000 ລ້ານກີບ ໂດຍໄດ້ຮັບທຶນຈາກທະນາຄານພົງສະຫວັນ; ໄດ້ເບີກຖອນ 4,073 ລ້ານກີບ ໃຫ້ປະຊາຊົນ 147 ຄອບຄົວ ກູ້ຢຶມດ້ວຍດອກເບ້ຍຕໍ່າ ເພື່ອນໍາໄປໝູນໃຊ້ເຂົ້າການຜະລິດກະສິກຳ ຕາມທ່າແຮງຂອງແຕ່ລະຄອບຄົວ ເປັນຕົ້ນແມ່ນລ້ຽງງົວ, ຄວາຍ, ໝູ, ປູກຜັກ, ປູກຢາງພາລາ; ມາຮອດປັດຈຸບັນກອງທຶນໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນ ເຊິ່ງໄດ້ສະແດງອອກຢູ່ບ່ອນວ່າ ຄອບຄົວຂອງ ທ່ານ ໄມກອງ ນັນທະວົງ ໄດ້ກູ້ຢືມໄປສ້າງຟາມໝູ ຈຳນວນ 100 ລ້ານກີບ ປີ 2022 ມາຮອດປັດຈຸບັນສາມາດຈ່າຍຕົ້ນທຶນຄືນໄດ້ໝົດ ແລະ ສ້າງລາຍຮັບສະເລ່ຍ 20 ລ້ານກີບ/ເດືອນ ແລະ ຄອບຄົວ ຂອງທ່ານ ຈ້າ ຢ່າງ ໄດ້ກູ້ຢຶມ 30 ລ້ານກີບ ໄປສ້າງໂຮງສີເຂົ້າ ຮອດປັດຈຸບັນໄດ້ໃຊ້ຕົ້ນທຶນຄືນທັງໝົດ ແລະ ສ້າງລາຍຮັບສະເລ່ຍ 15 ລ້ານກີບ/ເດືອນ ຊິ່ງໄດ້ເຮັດໃຫ້ກອງທຶນສາມັກຄີແນວລາວສ້າງຊາດ ບ້ານສັນປາຕອງ ມີລາຍຮັບລວມທັງໝົດ 727 ລ້ານກວ່າກີບ.

ໂອກາດນີ້, ທ່ານຮອງປະທານຜູ້ປະຈຳການ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ຍາດມາໄດ້ໃນໄລຍະຜ່ານມາ ແລະ  ທ່ານ ຍັງໄດ້ເນັ້ນບາງເນື້ອໃນທີ່ສຳຄັນ ຕື່ມວ່າ: ໃຫ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງລ້ອງຊານ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ; ໃຫ້ຮັກສາມູນເຊື້ອຄວາມສາມັກຄີປອງດອງເປັນປຶກແຜ່ນ, ບໍ່ໃຫ້ມີການຈຳແນກຊົນເຜົ່າ ແລະ ຄວາມເຊື່ອ; ສືບຕໍ່ຮັກສາຄວາມສະຫງົບຂອງບ້ານໃຫ້ດີ, ສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງແຕ່ລະຊົນເຜົ່າ ເປັນຕົ້ນອັນໃດດີໃຫ້ສົ່ງເສີມ ແລະ ອັນໃດເປັນການຟຸມເຟືອຍ ໃຫ້ປັບປຸງແກ້ໄຂ; ຮັກສາຈັງຫວະໃນການພັດທະນາບ້ານຕາມຄວາມສາມາດ ແລະ ທ່າແຮງຂອງບ້ານ ເພື່ອເຮັດໃຫ້ເສດຖະກິດຄອບຄົວໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ;  ສືບຕໍ່ສົ່ງເສີມລູກຫຼານໃຫ້ໄດ້ເຂົ້າໂຮງຮຽນຕາມເກນອາຍຸ, ສຶກສາອົບຮົມລູກຫຼານໃຫ້ຫ່າງໄກຈາກສິ່ງເສບຕິດ  ແລະ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ; ສືບຕໍ່ຈັດຕັ້ງປະຕິບັດກອງທຶນໃຫ້ມີຄວາມເຂັ້ມແຂງ, ກວ້າງຂວາງ, ຢືດໝັ້ນລະບອບປະສານງານລະຫວ່າງພາກສ່ວນຕ່າງໆ ເພື່ອຮັບປະກັນບໍ່ໃຫ້ຕົ້ນທືນຕົກເຮ່ຍເສຍຫາຍ, ໃຫ້ປະຊາຊົນເຂົ້າເຖີງຕົ້ນທຶນໄດ້ງ່າຍຂຶ້ນ ເພື່ອເຮັດໃຫ້ກອງທຶນມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຖືເອົາກອງທຶນເປັນການປະກອບສ່ວນເຂົ້າໃນການພັດທະນາບ້ານຂອງພວກເຮົາ. ພ້ອມກັນນັ້ນ, ທ່ານຍັງໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງໃຫ້ 2 ບ້ານດັ່ງກ່າວ ຕື່ມອີກ.

ຂ່າວ+ພາບ: ຢຢ

ບກ: ອຸດອນ