ສນຊ ສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ພາຍໃຕ້ຫົວຂໍ້ “ ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ ” ເປັນກຽດເຂົ້າຮ່ວມ ຂອງທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ແພງພັນ ບຸບຜາພອນ ກໍາມະການ ຄະນະພັກ, ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ, ທ່ານ ນາງ ວາດສະໜາ ຄຸດໄພທູນ ພັນລະຍາ ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ, ມີກໍາມະການສູນກາງແນວລາວສ້າງຊາດ, ຮອງປະທານບໍ່ປະຈໍາການ, ຫົວໜ້າກົມ-ຮອງກົມ, ສາສະໜາຕ່າງໆ, ສະມາຄົມຜູ້ອາຍຸສູງ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການພັດທະນາພະນັກງານເພດຍິງ ສູນກາງແນວລາວສ້າງຊາດ ໄລຍະຜ່ານມາ, ໃນໂອກາດນີ້ໄດ້ຫວນຄຶນມູນເຊື້ອປະຫັວດຄວາມເປັນມາ ວັນທີ 8 ມີນາ ຈາກທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບເທົ່າທຽມກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ໃນວັນທີ 19/03/1911 ວັນແມ່ຍິງສາກົນໄດ້ຮັບການສະເຫຼີມສະຫຼອງ ໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດ ໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກົນ.
ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ກໍໄດ້ມີພິທີມອບໃບຍ້ອງຍໍໃຫ້ ບໍລິສັດ, ຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ ແລະ ສັງຄົມ ທີ່ໄດ້ປະກອບສ່ວນອຸປະຖໍາການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ໂອກາດນີ້ ເອື້ອຍນ້ອງແມ່ຍິງຍັງໄດ້ນໍາເອົາຜະລິດຕະພັນຂອງລາວ ອາຫານ, ເຄື່ອງດື່ມ ແລະ ເຄື່ອງໃຊ້ສອຍ ຕ່າງໆ ມາວາງສະແດງເປັນກິດຈະກໍາແລກປ່ຽນ ແລະ ໃນບັນຍາກາດຍັງໄດ້ຮັບຊົມຊຸດຊົນເຜົ່າຂອງລາວຕື່ມອີກ.
ພາບ-ຂ່າວ: ແສງຫຼ້າ
ບກ. ກົງແກ້ວ



