ສນ​ຊ ຫວນຄືນມູນເຊື້ອ 70 ປີ ພັກປະຊາຊົນປະຕິວັດລາວ 70 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງພັກປະຊາຊົນປະຕິວັດລາວ.

ສູນ​ກາງແນວ​ລາວ​ສ້າງ​ຊາດ (ສນ​ຊ) ຈັດ​ພິ​ທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ເປັນ​ກຽດ​ປາ​ຖະ​ກະ​ຖາ ໂດຍ ສະຫາຍ ສິນ​ລະວົງ​ ຄຸດໄພ​ທູນ, ກໍາມະການກົມການເມືອງສູນກາງພັກ,ເລຂາຄະນະພັກ, ປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທັງ​ເປັນ​ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາ-ຂະ​ບວນ​ການ 3 ວັນ​ປະ​ຫວັດ​ສາດ​ຂອງພັກ-ຂອງ​ຊາດ,  ເຂົ້າ​ຮ່ວມ​ມີ​ບັນ​ດາ​ ສະຫາຍ ຄະ​ນະ​ພັກ ສນ​ຊ, ບັນ​ດາ​ສະຫາຍ​ການ​ນຳ​​ອົງ​ການ​ຈັດ​ຕັ້ງ ​ມະ​ຫາ​ຊົນ​ ຂັ້ນ​ສູນ​ກາງ, ອົງ​ການ​ພາ​ຄີ, ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ອ້ອມ​ຂ້າງ, ຄະ​ນະ​ທີ່​ປຶກ​ສາ ແລະ ຄູ່​ຮ່ວມ​ງານ, ຄອບຄົວການນໍາ, ພະນັກງານອາວຸໂສບໍານານ ຕາງ​ໜ້າບັນ​ດາ​ສາ​ສະ​ໜາຕ່າງໆ, ແນວ​ລາວ​ສ້າງ​ຊາດ​ນະ​ຄອນຫຼວງວຽງ​ຈັນ ​ພ້ອມ​ດ້ວຍສະມາຊິກພັກ ພະ​ນັກ​ງານ-​ລັດຖະ​ກອນ ພາຍ​ໃນ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ເຂົ້າ​ຮ່ວມທີ່​ຫ້​ອງ​ປະ​ຊຸມ​ໃຫຍ່ ຊັ້ນ 2 ໃນ​ວັນ​ທີ 27 ກຸມພາ 2025;

ໂອ​ກາດນີ້, ສະຫາຍ ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ຍົກ​ໃຫ້​ເຫັນສາມເນື້ອໃນໃຫຍ່ເປັນຕົ້ນ: ຂະບວນວິວັດແຫ່ງການກໍາເນີດຂອງພັກປະຊາຊົນປະຕິວັດລາວ, ບັນ​ດາ​ປັດ​ໃຈ ແລະ ເງື່ອນ​ໄຂ ​ໃນການ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະຕິວັດລາວ ວັນ​ທີ 22 ມີ​ນາ 1955; 70 ປີ ແຫ່ງການຊີ້ນໍາ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ໃນ​ແຕ່​ລະ​ໄລ​ຍະ ເຊັ່ນ: ການນໍາພາ ເຮັດການປະຕິວັດຊາດປະຊາທິປະໄຕ ປີ 1955-1975, ການ​ນຳ​ພາປົກປັກຮັກສາລະບອບໃໝ່ ແລະ ສ້າງພື້ນຖານເສດຖະກິດ-ສັງ ຄົມ ປີ 1975-1985 ແລະ ການນໍາພາສ້າງ​ສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກ ການຂອງ​ພັກແຕ່ ​ປີ 1986ເຖີງປັດຈຸບັນ; ​ຍົກ​ໃຫ້​ເຫັນໝາກຜົນແຫ່ງການນໍາພາຂອງພັກໃນການພັດທະນາປະເທດຊາດ ແຕ່​ລະ​ຂົງ​ເຂດຄື: ຂົງ ເຂດການເມືອງ, ຂົງເຂດເສດຖະກິດ, ດ້ານວັດທະນະທຳ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດພົວພັນຕ່າງປະເທດ; ໃນ​ນີ້, ສະຫາຍ​ໄດ້​ຍົກ​ໃຫ້​ເຫັນ​ຕື່ມ ​ກ່ຽວ​ກັບ​ການເສີມຂະຫຍາຍມູນ ເຊື້ອທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຊິ່ງຕະຫຼອດ 70 ປີ ແຫ່ງການນຳພາ ພັກເຮົາໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ແລະ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ; ສໍາລັບໃນຊຸມປີຕໍ່ໜ້າພັກເຮົາຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ປະກົດການຫຍໍ້ທໍ້ໃນສັງຄົມ, ການສຶກສາ, ຄ່າຄອງຊີບສູງຂຶ້ນ ແລະ ອື່ນໆ, ພັກເຮົາຕັດສິນໃຈນໍາພາ ສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ, ດ້ວຍການເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກ ດັ່ງ​ນີ້: ພັກເຮົາມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນແນວຄິດ-ທິດສະດີມາກ-ເລນິນ ແນວຄິດ ໄກສອນ ພົມວິ ຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ບໍ່ຄໍາພີຕາຍຕົວ ແຕ່ຫາກມີຄວາມເປັນເຈົ້າການປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ; ມີການສະ ຫຼຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງບູລະນະແນວທາງໃຫ້ສອດຄ່ອງຢູ່ໃນແຕ່ລະໄລຍະ; ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພັກ ນັ້ນຄືຫຼັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມຂະຫຍາຍຄວາມສາມັກຄີເປັນເອກະພາບ ບົນພື້ນຖານແນວທາງແຜນນະ ໂຍບາຍຂອງພັກ, ພັກນໍາພາເປັນໝູ່ຄະນະບົນພື້ນຖານການແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນໃນໝູ່ຄະນະ; ພັກເຮົາເວລາໃດກໍຢຶດໝັ້ນໃນທາດແທ້ຖືປະຊາຊົນເປັນກົກ ແລະ ມີຄວາມຈົງຮັກພັກດີເພື່ອຜົນປະໂຫຍດ ລວມຂອງຊາດ ຂອງປະຊາຊົນ; ຖືການສະໜັບສະໜູນຂອງປະຊາຊົນ ເປັນສິ່ງສໍາຄັນຕັດສິນບົດບາດນໍາພາ ແລະ ການກໍາອໍານາດຂອງພັກ; ພັກສະແດງຄວາມກ້າຫານ; ກ້າປະເຊີນໜ້າກັບບັນຫາຕົວຈິງ, ກ້າຮັບເອົາຄວາມເປັນຈິງ ແລະ ກ້າປ່ຽນແປງຕົນເອງ, ດ້ວຍການນຳພາເດັດຂາດ, ໂດຍກົງ, ຮອບດ້ານ, ກຳອຳນາດຕາມກົດໝາຍ; ເຊີດຊູລັກສະນະນໍາໜ້າຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການຈຳກັດແກ້ໄຂປະກົດການຫຍໍ້ທໍ້ ທີ່ເຮັດໃຫ້ພັກເສື່ອມອິດທິພົນບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ ແລະ ພັກເຮົາເວລາໃດກໍຢຶດໝັ້ນຈິດໃຈຮັກຊາດ ເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກໍາລັງແຮງພາຍໃນຊາດສົມທົບກັບການພົວພັນຮ່ວມມືກັບພັກປະເທດເພື່ອນມິດຍຸດທະສາດ ແລະ ການຍາດແຍ່ງເອົາການສະໜັບສະໜູນຊ່ວຍ ເຫຼືອຈາກພາຍນອກ ຢ່າງມີຫຼັກການສ້າງເປັນກຳລັງແຮງສັງລວມ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

 

ບກ: ພ.ບຸບຜາ + ສຊ ຈື້ໄຊ

ຂ່າວ: ຈິດຕະພົງ

ພາບ: ລີ