ສູນກາງແນວລາວສ້າງຊາດ

Lao Front For National Development

ສະພາປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ II ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4

 

  

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນລະຫວ່າງວັນທີ 24-27 ມັງກອນ 2023 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ມີບັນດາສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສະພາປະຊາຊົນແຂວງ, ບັນດາເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ II ຄັ້ງນີ້ໄດ້ພິຈາລະນາ, ຮັບຮອງບັນດາເນື້ອໃນທີ່ສໍາຄັນ ຕ່າງໆຂອງແຂວງເປັນຕົ້ນແມ່ນ: ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ຮັບຟັງການລາຍງານ ຈາກຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ຮັບຟັງການລາຍງານ ຈາກຮັກສາການຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022, ທິດທາງແຜນການ ປະຈໍາປີ 2023; ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021; ບົດສະຫຼຸບການເຄື່ອນໄຫວວຽກງານ ປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປີ 2023 ຂອງອົງການກວດສອບປະຈໍາພາກກາງ; ພິຈາລະນາ, ຮັບຮອງເອົາບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົານິຕິກໍາທີ່ສໍາຄັນ ຂອງອົງການປົກຄອງແຂວງ 02 ສະບັບຄື: ຮ່າງຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ພາຍໃນແຂວງສະຫວັນນະເຂດ (ກອງບັນຊາການ ປກສ ແຂວງ) ແລະ ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງສະຫວັນນະເຂດ (ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ). ພ້ອມກັນນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ, ຮັບ ຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2023 ຂອງສະພາປະຊາຊົນແຂວງ ຊຸດທີ II; ພິຈາລະນາ, ຮັບຮອງ ເອົາບຸກຄະລາກອນ ຂອງອົງການໄອຍະການປະຊາຊົນແຂວງ. ພ້ອມນັ້ນ, ໃນກອງປະຊຸມຄັ້ງນີ້ ນອກຈາກໄດ້ຮັບຟັງການລາຍງານບົດທີ່ສໍາຄັນຕ່າງໆແລ້ວ ໄດ້ມີການປະ ກອບ ຄໍາເຫັນ ແລະ ການຊີ້ແຈງຂອງພາກສ່ວນທີ່ກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ເພື່ອເຮັດໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບບັນຫາ ຫລື ບົດຕ່າງໆທີ່ໄດ້ສະເໜີນັ້ນໃຫ້ເລິກເຊິ່ງຂຶ້ນຕື່ມ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ; ບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງພະແນກແຜນການ ແລະ ການລົງທຶນແຂວງ ແລະ ບົດລາຍງານຂອງພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022, ທິດທາງແຜນການ

ປະຈໍາປີ 2023 ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191