ສະພາແຫ່ງຊາດ ເນັ້ນໜັກການເພີ່ມທະວີກົນໄກປະສານງານ ຮ່ວມກັບ ແນວລາວສ້າງຊາດ ເພື່ອປົກປ້ອງສິດຜົນປະໂຫຍດຂອງປະຊາຊົນ

ໃນວາລະກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ວັນທີ 28 ເມສາ 2026, ທ່ານ ນາງ ອໍາໄພວອນ ລ້ອມບຸນແສງ ປະທານກຳມາທິການບັນດາເຜົ່າ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຂຶ້ນປະກອບຄຳເຫັນພາຍໃຕ້ຫົວຂໍ້ “ກົນໄກການພົວພັນລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສູນກາງແນວລາວສ້າງຊາດ” ເພື່ອຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ແລະ ວາງທິດທາງໃນຕໍ່ໜ້າ;
ຜົນສຳເລັດການເຄື່ອນໄຫວຂອງສະພາແຫ່ງຊາດ ໃນ 5 ປີຜ່ານມາ: ສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນ 3 ດ້ານຫຼັກ: ດ້ານນິຕິບັນຍັດ ໄດ້ຮັບຮອງກົດໝາຍ ໄດ້ທັງໝົດ 87 ສະ ບັບ, ການຕົກລົງບັນຫາສຳຄັນ ໄດ້ດຳເນີນກອງປະຊຸມສະໄໝສາມັນ ແລະ ວິສາມັນ 12 ຄັ້ງ, ຮັບຮອງ ມະຕິ 106 ສະບັບ ແລະ ດ້ານການຕິດຕາມກວດກາ ໄດ້ແກ້ໄຂຄຳຮ້ອງຂໍຄວາມເປັນທຳໄດ້ 1,541 ເລື່ອງ (ເທົ່າກັບ 85.13%) ແລະ ລົງພົບປະປະຊາຊົນໃນ 8,444 ຈຸດທົ່ວປະເທດ;
ສຳລັບການຕີລາຄາຕໍ່ບົດບາດຂອງແນວລາວສ້າງຊາດ: ຄະນະປະຈຳສະພາແຫ່ງຊາດ ໄດ້ສະ ແດງຄວາມຊົມເຊີຍຕໍ່ບົດບາດ ຂອງແນວລາວສ້າງຊາດ ແລະ ອົງການພາຄີ ທີ່ໄດ້ເຮັດໜ້າທີ່ຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢ່າງສ້າງສັນ; ຄຳຄິດຄຳເຫັນ ຂອງແນວໂຮມໄດ້ສະທ້ອນເຖິງຄວາມມຸ້ງມາດປາດຖະໜາທີ່ແທ້ຈິງຂອງປະຊາຊົນ ແລະ ຊ່ວຍໃຫ້ສະພາແຫ່ງຊາດປັບປຸງການປະຕິບັດໜ້າທີ່ ໃຫ້ມີປະສິດທິພາບກວ່າເກົ່າ;
ທິດທາງການເພີ່ມທະວີກົນໄກປະສານງານໃນຕໍ່ໜ້າ: ເພື່ອຍົກລະດັບການພົວພັນໃຫ້ຄ່ອງຕົວ ແລະ ມີປະສິດທິພາບສູງຂຶ້ນ, ສະພາແຫ່ງຊາດ ໄດ້ສະເໜີໃຫ້ຄະນະກຳມະການ ສນຊ ສະໄໝທີ XII ສຸມໃສ່ 3 ວຽກຈຸດສຸມ:
1. ປັບປຸງນິຕິກຳຮ່ວມ: ຫັນປ່ຽນຂໍ້ຕົກລົງເລກທີ 01/ຄປຈ ມາເປັນ “ບົດບັນທຶກຮ່ວມ” ລະ ຫວ່າງສອງພາກສ່ວນ ເພື່ອລົງນາມໃນສະພາແຫ່ງຊາດ ຊຸດທີ X;
2. ປະຕິບັດລະບຽບການຕິດຕາມກວດກາ: ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ກຳນົດ 01/ຄລສພ ວ່າດ້ວຍການຕິດຕາມກວດກາຂອງແນວໂຮມ ຕໍ່ອົງການອຳນາດລັດ (ສະພາ, ສານ, ໄອຍະການ) ໃຫ້ປະກົດຜົນເປັນຈິງ;
3. ຖອດຖອນບົດຮຽນຮ່ວມກັນ: ຈັດກອງປະຊຸມສຳມະນາ ລະຫວ່າງ ສະພາແຫ່ງຊາດ ແລະ ແນວລາວສ້າງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດກົດໝາຍ ແລະ ການສ້າງນິຕິກຳໃຕ້ກົດໝາຍໃນຂົງເຂດຕ່າງໆ;
ໃນຕອນທ້າຍ, ທ່ານ ນາງ ອຳໄພວອນ ລ້ອມບຸນແສງ ໄດ້ຢືນຢັນວ່າ ສະພາແຫ່ງຊາດ ຈະສືບ ຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ແນວລາວສ້າງຊາດ ຢ່າງແໜ້ນແກ່ນ ເພື່ອຮັບປະກັນສິດຜົນປະໂຫຍດສູງສຸດ ຂອງປະຊາຊົນລາວບັນດາເຜົ່າ.