ໃນວັນທີ 19 ມັງກອນ 2026, ສະຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານປົກຄອງພັກແຂວງບໍລິຄຳໄຊ ຢູ່ທີ່ຫ້ອງວ່າການປົກຄອງແຂວງ;
ໂອກາດນີ້, ສະຫາຍຮອງປະທານ ສນຊ ໄດ້ລາຍງານກ່ຽວກັບຈຸດປະສົງຂອງການລົງມາເຄື່ອນໄຫວເຮັດວຽກ ຄັ້ງນີ້ໃຫ້ຮັບຊາບ; ໃນນີ້, ສະຫາຍເລຂາພັກແຂວງໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວເຮັດວຽກຂອງຄະນະ ໃນຄັ້ງນີ້ ເຊິ່ງສະແດງເຖິງຄວາມເອົາໃຈໃສ່ລົງໃກ້ສິດຕິດແທດ ຂອງການນຳສູນກາງແນວລາວສ້າງຊາດ ເພື່ອເປັນການຕິດຕາມ, ກວດກາ ແລະ ຊຸກຍູ້ວຽກຽກງານແນວລາວສ້າງຊາດ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຢ່າງມີຜົນສຳເລັດ.
ຂ່າວ+ພາບ: ພ.ພຽງ
ບກ: ພ.ບຸບຜາ



