ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນກອງປະຊຸມ 3 ປະທານໂຮມ

     ເນື່ອງໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ສູນກາງ ແນວໂຮມ ສາມັກຄີພັດທະນາ ມາຕຸພູມກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ສູນກາງ ແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມ 3 ປະທານແນວໂຮມ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ທີ່ ສປປ ລາວ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງຄະນະຜູ້ແທນ ກຳປູເຈຍ ນຳໂດຍ ສະຫາຍ ສົມເດັດ ນາງ ກິດຕິ ຊັງຮັກບານດິດ ແມນຊຳອານ ປະທານສູນກາງແນວໂຮມສາມັກຄີ ພັດນາ ມາຕຸພູມ ຣາຊະອານາຈັກກຳປູເຈຍ, ຄະນະຜູ້ແທນຈາກຫວຽດນາມ ນຳໂດຍ ທ່ານ ໂດ້ ວັນ ຈຽນ ປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຕິດຕາມຄະນະໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໃນວັນທີ 9 ເມສາ 2024 ທີ່ຫ້ອງວ່າ ການສູນກາງພັກ.
     ໃນນີ້, ທ່ານປະທານສູນກາງແນວລາງສ້າງຊາດໄດ້ລາຍງານຜົນສຳເລັດຂອງກອງປະຊຸມ 3 ປະທານແນວໂຮມ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 5 ເຊິ່ງໃນກອງປະຊຸມໄດ້ມີການທົບທວນໝາກຜົນການຈັດຕັ້ງປະຕິບັດບົດທຶກຊ່ວຍຈໍາ ປີ2020-2023 ແລະ ໄດ້ສືບຕໍ່ເຊັນສັນຍາຮ່ວມມືແຕ່ປີ2024-2027.
     ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມຍີນດີຕ້ອນຮັບຄະນະທັງສອງປະເທດ ຢ່າງໄມຕີຈິດມິດຕະພາບ ແລະ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມື ຂອງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ກໍ່ຄືການພົວພັນລະຫວ່າງສູນກາງແນວລາວສ້າງຊາດ, ແນວໂຮມສາມັກຄີ ພັດທະມາຕຸພູມກຳປູເຈຍ ແລະ ແນວໂຮມປະເທດຊາດຫວຽດນາມ.
     ໂອກາດນີ້ຄະນະຜູ້ແທນກອງປະຊຸມ 3 ປະທານແນວໂຮມໄດ້ສະແດງຄວາມຂອບໃຈທີ່ສະຫາຍເລຂາທິການ ໃຫຍ່ໄດ້ ສະຫຼະເວລາຕ້ອນຮັບຄະນະຜູ້ແທນ ດ້ວຍຄວາມອົບອຸ່ນ, ພ້ອມທັງແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງໄດ້ປະຕິບັດຕາມຄຳເຊີນ ແລະ ກໍ່ຄືບົດບັນທຶກການ ຮ່ວມມືລະຫວ່າງ 3 ປະທານແນວໂຮມ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 4 ທີ່ໄດ້ເຊັນກັນປີ 2020 ຜ່ານມາ. ພ້ອມກັນນີ້, ສະຫາຍ ເລຂາທິການໃຫຍ່ ກໍ່ໄດ້ສະ ແດງຄວາມຊົມເຊີຍຕໍ່ການຮ່ວມມື ຂອງສາມອົງການດັ່ງກ່າວ ທີ່ໄດ້ມີການພົວພັນຮ່ວມມືປະກອບ ສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ຂອງສາມປະເທດກໍ່ຄື ປະຊາຊົນສາມຊາດ ກຳປູເຈຍ-ລາວ-ຫວຽດນາມ ໃຫ້ໝັ້ນຄົງ ຂະໜົງແກ່ນ.