ສະຫານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກກັບ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ ໃນວັນທີ 28 ກຸມພາ 2026 ທີ່ຫ້ອງວ່າການພັກແຂວງ.
ສະຫາຍເລຂາພັກແຂວງອຸດົມໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະທີ່ໄດ້ລົງເຮັດວຽກຢູ່ແຂວງ ໃນຄັ້ງນີ້ ແລະ ໄດ້ລາຍງານສະພາບລວມ ໃນການພັດທະນາພື້ນຖານໂຄງລ່າງ ຂອງແຂວງໂດຍຫຍໍ້ ໃຫ້ໄດ້ຮັບຊາບ.
ສະຫາຍ ຄຳຜອຍ ວັນນະສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຊີ້ນຳ-ນຳພາ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະຜ່ານມາ ເຊິ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ພ້ອມທັງໄດ້ລາຍງານຈຸດປະສົງ ໃນການລົງເຄື່ອນໄຫວເຮັດວຽກຢູ່ແຂວງໃນຄັ້ງນີ້ໃຫ້ ສະຫາຍເລຂາພັກແຂວງໄດ້ຮັບຊາບ ຕື່ມອີກ.
ຂ່າວ+ພາບ: ເຢ
ບກ: ໄພຈິດ



