ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼຸບການເຄື່ອນໄຫວຂອງ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າ

     ວັນທີ 10 ມີນາ 2023 ນີ້, ທີ່ສູນກາງແນວລາວສ້າງຊາດ ຄະນະທີ່ປຶກສາວຽກງານຊົນເຜົ່າສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນງານການເຄື່ອນໄຫວຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າຂຶ້ນ ໂດຍການເປັນປະທານ ຂອງທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າ ເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີທ່ານ ໄທລໍ່ ຫວາເຊັ້ງ ຄະນະປະຈຳ ສນຊ ຫົວໜ້າກົມຊົນເຜົ່າ, ບັນດາທ່ານຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ ກົມຊົນເຜົ່າເຂົ້າຮ່ວມ.
     ໃນກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວ ຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023 ຕະຫຼອດໄລຍະຜ່ານມາຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າໄດ້ເຄື່ອນໄຫວຕາມສິດ ແລະ ໜ້າທີຂອງຕົນ ເປັນຕົ້ນແມ່ນໄດປຸກລະດົມສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນລາວບັນດາຊົນເຜົ່າ ພາຍໃນຂົງເຂດໜ້າທີ່ຮັບຜິດຊອບ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ ທີ່ມີຄວາມທຸກຍາກ ອັນພົ້ນເດັ່ນກວ່າໝູ່ ແມ່ນຄະນະທີ່ປຶກສາວຽກງານຊົນເຜົ່າ ໄດ້ລະດົມທືນສ້າງໂຮງຮຽນ ຢູ່ບ້ານ ຄອນວັດ, ເມືອງລ້ອງຊານ ແຂວງ ໄຊສົມບູນ ເປັນມູນຄ່າ 1 ຕື້ກີບ ຄາດວ່າຈະສ້າງສໍາເລັດໃນທ້າຍປີ 2023 ນີ້, ນອກຈາກນີ້ ຍັງໄດ້ລົງພົບປະ ປະຊາຊົນເພື່ອ ວາງແຜນກະກຽມໂຄງການສ້າງໂຮງຮຽນ ມສ ໂພໄຊຄຸນ ທີ່ເປັນງົບປະມານຫຼາຍພັນໂດລາ ພ້ອມກັນນັ້ນ, ໄດ້ວາງທິດທາງແຜນການທີ່ຈະສືບຕໍ່ໃນປີ 2023 ຄື: ລົງເກັບກໍາຂໍ້ມູນຂອງບາງຊົນເຜົ່າທີ່ຢູ່ໃນເຂດຮ່າງໄກສອກຫຼິກ, ລົງຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອແກ່ຊົນເຜົ່າທີ່ທຸກຍາກ ຢູ່ຫ່າງໄກສອກຫຼິກ.
 
info@lfnd.org.la | 021 213754 | (856-21) 453191