ໃນວັນທີ 18 ມິຖຸນາ 2025 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ), ຄະນະບໍລິຫານງານພັກ ສນຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກ ສນຊ ປະຈຳ 6 ເດືອນຕົ້ນປີ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ ມີບັນດາສະຫາຍຮອງເລຂາຄະນະພັກ, ຄະນະປະຈຳພັກ, ກຳມະການພັກ ອ້ອມຂ້າງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫຼຸດຕີລາຄາຄືນໃນການຊີ້ນຳ-ນຳພາ ຂອງຄະນະບໍລິຫານງານພັກໃນຕະຫຼອດໄລຍະ 6 ເດືອນຜ່ານມາ ແລະ ວາງທິດທາງຈຸດສຸມ 6 ເດືອນທ້າຍປີ 2025 ເຊິ່ງໄດ້ຍົກໃຫ້ເຫັນວ່າມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນການເກັບກຳຫາງສຽງສັງຄົມ, ການເຜີຍແຜ່ເຊື່ອມຊຶມ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງແນວລາວສ້າງຊາດ ແລະ ນິຕິກຳທີ່ສຳຄັນຕ່າງໆ ຂອງພັກ-ລັດ, ຂອງແນວລາວສ້າງຊາດ ຢ່າງເປັນຂະບວນການ, ໄດ້ເອົາໃຈໃສ່ຕໍ່ວຽກງານພັກ-ພະນັກງານ, ປັບປຸງການຈັດຕັ້ງ ແລະ ກະກຽມພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ; ໄດ້ຊີ້ນຳບັນດາໜ່ວຍພັກກະກຽມກອງປະຊຸມໃຫຍ່ຂອງຕົນ, ສຶກສາອົບຮົມ-ປຸກລະດົມປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ, ຂອງແນວລາວສ້າງຊາດ. ພ້ອມກັນນັ້ນ ຍັງໄດ້ຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນບັນດາແຜນວຽກຈຸດສຸມຂອງຄະນະພັກ ສູນກາງແນວລາວສ້າງຊາດ ປະຈຳ 6 ເດືອນທ້າຍປີ 2025 ຕື່ມອີກ.
ໂອກາດນີ້, ກອງປະຊຸມຍັງໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI, ລາຍງານຄວາມຄຶບໜ້າ ໃນການຄົ້ນຄວ້າຂຽນຄໍາສັບແນວລາວສ້າງຊາດ, ລາຍງານຄວາມພ້ອມກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມຄົບຄະນະປະຈຳ ສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 4 ສະໄໝທີ XI ຂອງສູນກາງແນວລາວສ້າງຊາດ ແລະ ຫົວຂໍ້ປິ່ນອ້ອມອື່ນໆ ອີກຈຳນວນໜຶ່ງ.
ຂ່າວ+ພາບ: ຢຢ
ບກ: ພ.ບຸບຜາ



