ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼຸບຕີລາຄາຜົນງານການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ

ໃນວັນທີ 31 ມີນາ 2023 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມຕີລາຄາຜົນງານການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ແລະ ວຽກງານໂຄສະນາ ສູນກາງແນວລາວສ້າງຊາດ ໃນປີ 2022 ແລະ ທິດທາງແຜນການປີ 2023 ໂດຍການປະທານຂອງທ່ານ ບົວເງິນ ຊາພູວົງ ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາ ວຽກງານຂົນຂວາຍປະຊາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ຕະຫຼອດຮອດພະນັກງານກົມໂຄສະນາເຂົ້າຮ່ວມ.

ເພື່ອເປັນການສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງຕົນໃນໄລຍະ ໜຶ່ງປີຜ່ານມາ ແລະ ທິດທາງແຜນການເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ໃນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆໃຫ້ສັງຄົມຮັບຮູ້ຢ່າງເລິກເຊິ່ງ ແລະ ການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ສິ່ງພິມ ແລະ ສື່ອອນລາຍ, ຄະນະທີ່ປຶກສາວຽກາງນຂົນຂວາຍ ສນຊ ແລະ ກະຊວງສາທາລະນະສຸກ ໄດ້ສົມທົບກັນລົງປຸກລະດົມປະຊາຊົນທົ່ວແຂວງໄຊສົມບູນ ແລະ ເມືອງລ້ອງແຈ້ງ, ເມືອງລ້ອງຊານ ເຂົ້າຮ່ວມຂະບວນການສັກຢາປ້ອງກັນພະຍາດໂຄວິດ-19; ລົງຊຸກຍູ້ວຽກງານແນວລາວສ້າງຊາດຢູ່ແຂວງ ບໍລິຄໍາໄຊ, ແຂວງ ວຽງຈັນ, ແຂວງ ໄຊຍະບູລີ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມວຽກງານຂົນຂວາຍປະຊາຊົນຢູ່ ສສ ຫວຽດນາມ ນອກຈາກນັ້ນ, ຍັງໄດ້ປະກອບສ່ວນດ້ານວັດຖຸ, ປັດໄຈ ເຂົ້າໃນການເຄື່ອນໄຫວປຸກລະດົມຂົນຂວາຍ ມູນຄ່າເກືອບ 100 ລ້ານ ແລະ ຍັງໄດ້ສະສົມເງິນຄັງຂອງຄະນະທີ່ປຶກສາຈໍານວນ 10 ກວ່າລ້ານກີບເພື່ອແກ້ໄຂບາງວຽກຈໍາເປັນທີ່ກ່ຽວຂ້ອງ ພ້ອມກັນນັ້ນ, ບັນດາທ່ານເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ວຽກງານຄະນະຂົນຂວຍປະຊາຊົນ ສນຊ ໃຫ້ດີຂຶ້ນເທື່ອລະກ້າວ.

ໃນໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ທີ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນການຈັດຕັ້ງເຄື່ອນໄຫວໃນທ້ອງຖິ່ນຮາກຖານຂອງຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ໃນໄລຍະໜຶ່ງປີຜ່ານມາ ແລະ ວຽກງານໂຄສະນາ ເຊິ່ງທ່ານໄດ້ເນັ້ນທິດທາງຕໍ່ໜ້າໃຫ້ບັນດາທ່ານສືບຕໍ່ຜັນຂະຫຍາຍ4 ຄ ແລະ 4 ຮ, ວຽກງານຂົນຂວາຍປະຊາຊົນເປັນວຽກໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນວຽກທີ່ທຸກພາກສ່ວນຕ້ອງໄດ້ມີສ່ວນຮ່ວມ, ມີການຫັນປ່ຽນໃໝ່, ມີລັກສະນະຫຼາຍຮູບຫຼາຍສີ ເພື່ອຂົນຂວາຍປະຊາຊົນລາວບັນດາເຜົ່າ; ສ້າງກິດຈະກໍາທີ່ເປັນປະໂຫຍດໃຫ້ແກ່ປະຊາຊົນໄດ້ຮຽນຮູ້ ເພື່ອສ້າງກິດຈະກໍາຂົນຂວາຍໃຫ້ປະຊາຊົນຫຼາຍຂຶ້ນ ເພື່ອເປັນການປັບປຸງວຽກງານໂຄສະນາ ຂອງສູນກາງແນວລາວສ້າງຊາດໃຫ້ກວ້າງຂວາງ, ວ່ອງໄວ ແລະ ເພື່ອປຸກລະດົມທືນຮອນມາສ້າງກິດຈະກໍາເພື່ອສ້າງລາຍໄດ້ໃຫ້ແກ່ປະຊາຊົນໃນປີ 2023 ໃຫ້ເປັນຮູບປະທໍາ ແລະ ທ່ານໄດ້ຮຽກຮ້ອງໃຫ້ກໍາມະການສູນແນວລາວສ້າງຊາດ ໃຫ້ມີໂຄງການໃດໜຶ່ງເພື່ອສົ່ງເສີມວຽກງານໃດໜຶ່ງ ເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຕາມ 4 ການຫັນປ່ຽນໃໝ່ຂອງແນວລາວສ້າງຊາດ.

ບກ: ກົງແກ້ວ

ຂ່າວ+ພາບ: ສຸວັນລີ

info@lfnd.org.la | 021 213754 | (856-21) 453191