ສະຫຼຸບຜົນສຳເລັດການຈັດພິມປື້ມໂຮມບົດປະພັນວັນນະຄະດີ “ສາມັກຄີມີໄຊ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

     ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍອະນຸກໍາມະການໂຄສະນາ-ຂະບວນການ ສະເຫຼືມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ ໂດຍມີທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ ບໍ່ປະຈຳການ ເປັນກຽດເຂົ້າຮ່ວມ ມີທ່ານ ນາງ ແພງພັນ ບຸບຜາພອນ ຄະນະປະຈຳ ສນຊ, ຫົວໜ້າກົມໂຄສະນາ ສນຊ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມນີ້ມີບັນດາທ່ານຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນຂອງ ສນຊ, ບັນດານັກຂຽນນັກປະພັນ, ຕາງໜ້າບັນດາກົມຂອງ ສນຊ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 21 ພຶດສະພາ 2026 ທີ່ ສູນກາງແນວລາວສ້າງຊາດ.
     ກອງປະຊຸມໄດ້ຮັບຟັງບົດສະຫລຸບຫຍໍ້ໃນການຕີລາຄາຮອບດ້ານ ໃນຂະບວນການຈັດພິມປື້ມໂຮມບົດປະພັນວັນນະຄະດີ “ສາມັກຄີມີໄຊ” ໃນຄັ້ງນີ້ ເຊິ່ງບໍ່ພຽງແຕ່ເປັນການລວບລວມຜົນງານວັນນະຄະດີ ແຕ່ຍັງເປັນການສະທ້ອນເຖິງພະລັງແຫ່ງຄວາມສາມັກຄີ ແລະ ບົດບາດຂອງແນວລາວສ້າງຊາດ ແຕ່ລະໄລຍະຊື່ເອີ້ນ. ຈາກນັ້ນກໍ່ມີການແລກປ່ຽນຄໍາເຫັນ ແລະ ຮັບຟັງຄໍາເຫັນໂອ້ລົມຈາກ ຮອງປະທານ ບໍ່ປະຈໍາການ ສນຊ.
     ປື້ມດັ່ງກ່າວ ໄດ້ຖ່າຍທອດຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ຄວາມຮັກຊາດ ຜ່ານຜົນງານຂອງນັກປະພັນລາວ ຊຶ່ງເປັນການປຸກຈິດສຳນຶກໃຫ້ສັງຄົມເຫັນຄຸນຄ່າຂອງຄວາມສາມັກຄີ ແລະ ການມີສ່ວນຮ່ວມໃນການພັດທະນາປະເທດຊາດ ໂດຍຜ່ານເນື້ອໃນ 3 ປະເພດບົດເປັນຕົ້ນ: ກາບກອນ, ເລື່ອງສັ້ນ ແລະ ບົດບັນທຶກ ໂດຍການຮ່ວມມີກັບສະມາຄົມນັກປະພັນລາວ ແລະ ໄດ້ຮັບການສະໜັບສະໜູນຈໍານວນໜຶ່ງຈາກສັງຄົມ.
ພ້ອມກັນນີ້, ຄະນະຮັບຜິດຊອບ ຍັງໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ບັນດານັກປະພັນ ທີ່ມີສ່ວນຮ່ວມໃນການຂຽນຜົນງານໃນຄັ້ງນີ້.
ຂ່າວ, ຮູບ: ສຸວັນລີ+ລິຂິດ
ບກ: ພ ບຸບຜາ