ຕອນຄໍ່າວັນທີ 12 ສິງຫາ 2025 ທີ່ ໂຮງກາຍຍະສິນແຫ່ງຊາດ, ສູນກາງແນວລາວສ້າງຊາດ ໄດ້ຈັດງານຊົມການສະແດງກາຍຍະສິນ ເປັນກິດຈະກໍາໜຶ່ງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-2025) ໃຫ້ກຽດເປັນປະທານເປີດພິທີໂດຍ ທ່ານ ດຮ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານ ສນຊ , ມີທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງປະທານ ຜູ້ປະຈໍາການ ສນຊ, ມີບັນດາທ່ານຮອງປະທານ ສນຊ, ບັນດາທ່ານກໍາມະການ ສນຊ ອ້ອມຂ້າງສູນກາງ, ປກຊ-ປກສ, ພະນັກງານກະຊວງ-ອົງການ ແລະ ມວນຊົນຕ່າງໜ້າບັນດາເຜົ່າໃນທົ່ວປະເທດເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ດຮ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານ ສນຊ ຕາງໜ້າໃຫ້ຄະນະປະຈໍາ ສນຊ ຫວນຄືນຄວາມເປັນມາ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານອັນຍິ່ງໃຫຍ່ຂອງແນວລາວສ້າງຊາດ ແຕ່ລະໄລຍະ ໂດຍຫຍໍ້ , ທ່ານໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ມາຍັງບັນດາທ່ານການນໍາ ພັກ-ລັດ ຂັ້ນສູງ, ກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ແລະ ມວນຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ສະຫຼະເວລາອັນມີຄ່າເຂົ້າຮ່ວມງານນໍາພວກເຮົາ, ຂໍຂອບໃຈ ມາຍັງຄະນະນໍາກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ຄະນະຮັບຜິດຊອບກາຍຍະສິນແຫ່ງຊາດ ທີ່ໄດ້ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກຮອບດ້ານ ໃນແກ່ການສະແດງກາຍຍະສິນໃນຄັ້ງນີ້ຢ່າງຄຶກຄຶ້ນ ແລະ ມ່ວນຊື່ນ.
ບກ: ບຸບຜາ
ຂ່າວ+ພາບ: ລິຂິດ, ລີ



