ສາຍພົວພັນຮ່ວມມືລະຫວ່າງ ລາວ-ຈີນ ມີຊີວິດຊີວາ ແລະ ຍືນຍົງ

ເນື່ອງໃນໂອກາດທີ່ພວກເຮົາພວມກະກຽມກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25 ເມສາ) ແລະ ປີທ່ອງທ່ຽວລາວ-ຈີນ 2026. ໃນວັນທີ 10 ເມສາ 2026 ນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ສຳພາດວ່າ: ປີ 2026 ເປັນອີກປີໜຶ່ງທີ່ມີຄວາມໝາຍສໍາຄັນ ສໍາລັບການພົວພັນຮ່ວມມື ລະຫວ່າງ ສອງປະເທດ ພວກເຮົາ ພວມຢູ່ໃນໄລຍະທີ່ດີທີ່ສຸດ ແລະ ສູງທີ່ສຸດ ຊຶ່ງບໍ່ໄດ້ເປັນພຽງແຕ່ການພົວພັນແບບບ້ານໃກ້ເຮືອນຄຽງທຳມະດາ, ແຕ່ແມ່ນການພົວພັນຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານໃນລະດັບສູງທີ່ມີຄວາມໜັກແໜ້ນ, ສາມາດເຫັນໄດ້ຈາກການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ດ້ານວັດທະນະທໍາ-ສັງຄົມ ລ້ວນແລ້ວໄດ້ຮັບການເສີມຂະຫຍາຍຫັນສູ່ລວງເລິກດ້ວຍຄວາມໝັ້ນທ່ຽງ ແລະ ໜັກແໜ້ນເທື່ອລະກ້າວ, ອັນໄດ້ນໍາເອົາຜົນປະໂຫຍດທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ລະຫວ່າງການນຳພັກ-ລັດ ກໍ່ຄື ປະຊາຊົນສອງຊາດ ລາວ ແລະ ຈີນ.
ທ່ານ ໄດ້ກ່າວຕື່ມວ່າ: ຜົນສໍາເລັດຂອງໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2021 ທີ່ມີຜູ້ນຳສູງສຸດ ຂອງສອງປະເທດຮ່ວມເປັນສັກຂີພິຍານໃນການເປີດຂະບວນລົດໄຟ ລາວ-ຈີນ, ອັນໄດ້ກາຍເປັນເຫດການທີ່ເປັນຂີດໝາຍສໍາຄັນ ແລະ ສັນຍາລັກທາງດ້ານປະຫວັດສາດ ຂອງການພົວພັນຮ່ວມມື ລາວ-ຈີນ ຕະຫຼອດ 65 ປີທີ່ຜ່ານມາ ເຊິ່ງຈະເປັນທ່າແຮງທີ່ເອື້ອອໍານວຍຄວາມສະດວກທາງດ້ານການຂົນສົ່ງສິນຄ້າທີ່ເປັນຜະລິດຕະພັນຂອງລາວ ເຂົ້າສູ່ຕະຫຼາດຈີນ, ເປັນການສ້າງວຽກເຮັດງານທໍາ, ດຶງດູດການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂື້ນຕື່ມອີກ. ປີນີ້, ຜູ້ນຳສູງສຸດຂອງສອງປະເທດ ໄດ້ກຳນົດໃຫ້ເປັນປີມິດຕະພາບ ລາວ-ຈີນ, ຊຶ່ງສອງຝ່າຍຈະໄດ້ມີການປຶກສາຫາລື ຂອງແຕ່ລະຂະແໜງການໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງດ້ວຍຄວາມເບີກບານມ່ວນຊື່ນ ແລະ ຟົດຟື້ນ ຕະຫຼອດປີ 2026 ນີ້. ປີນີ້ຈະມີການແລກປ່ຽນການຢ້ຽມຢາມລະຫວ່າງການນໍາຂັ້ນສູງຂອງສອງປະເທດ ແລະ ຈະຖືເອົາໂອກາດດັ່ງກ່າວຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ແລກປ່ຽນສະແດງສິລະປະ ວັດທະນະທຳ ລາວ-ຈີນ, ຈີນ-ລາວ, ພົບປະແລກປ່ຽນວຽກງານວິຊາການ ຮອບດ້ານ ຂອງແຕ່ລະຂະແໜງການ ແລະ ເນັ້ນໜັກໃສ່ການເຊື່ອມໂຍງ ລະຫວ່າງປະຊາຊົນສອງຊາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ຂອງສອງປະເທດ ພວກເຮົາຕາມທິດ 4 ດີ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ຂ່າວ+ພາບ: ເຢ
ບກ: ພ.ບຸບຜາ