ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບອົງການອຸຍນິເຊັບ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມ ປຶກສາຫາລືເພື່ອວາງແຜນໂຄສະນາການໃຫ້ວັກຊິນກັນພະຍາດມະເຣັງປາກມົດລູກແລະການແຕ່ງານກ່ອນອາຍຸຜ່ານສື່ຕ່າງໆທີ່ທັນສະໄໝ ໃຫ້ແກ່ ແນວລາວສ້າງຊາດນະຄອນຫຼວງ, ແນວລາວສ້າງຊາດແຂວງທົ່ວປະເທດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ,ມີແນວລາວສ້າງຊາດ5ເມືອງ ຂອງແຂວງບໍລິຄໍາໄຊເຂົ້າຮ່ວມ. ໂດຍການເປັນປະທານ ຂອງ ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ນ.ເກດແກ້ວ ກົມມະແສງ ຮອງປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ; ຜູ້ຕ່າງໜ້າອົງການອຸຍນິເຊັບ; ພ້ອມດ້ວຍ ວິທະຍາກອນກະຊວງສາທາລະນະສຸກ, ຄະນະໂຄສະນາ-ອົບຮົມ ສູນກາງພັກ ແລະ ສູນກາງສະຫະພັນແມ່ຍິງລາວ ທີ່ແຂວງບໍລິຄຳໄຊ ໃນວັນທີ 3 ທັນວາ 2024.
ໃນກອງປະຊຸມດັ່ງກ່າວ, ທ່ານ ເຍ່ຍເກີຢາ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ເເລະ ປະທານກອງປະຊູ່ມ ໄດ້ກ່າວວ່າ: “ແນວລາວສ້າງຊາດ ເປັນພາກສ່ວນສຳຄັນຊຶ່ງມີໜ້າທີ່ໃນການ ເຕົ້າໂຮມຄວາມສາມັກຄີ, ໂຄສະນາ, ສຶກສາອົບຮົມ ເເລະ ປຸກລະດົມ ປະຊາຊົນບັນດາເຜົ່າ. ໃນນີ້, ຈະຕ້ອງໂຄສະນະເຜີຍແຜ່ ແລະ ໃຫ້ຄໍາປຶກສາໃຫ້ປະຊາຊົນ, ຊຸມຊົນໃນກຸ່ມເປົ້າໝາຍມີຄວາມເຂົ້າໃຈ ແລະ ຮັບຮູ້ເຖິງສາເຫດ, ໄພອັນຕະລາຍຂອງພະຍາດມະເຮັງປາກມົດລູກ, ຊຶ່ງຈະຕ້ອງເຮັດໃຫ້ກຸ່ມເປົ້າ ໝາຍເປັນເຈົ້າຮັກຕົນເອງ ເເລະ ຮັກຕົນເອງຈະຕ້ອງສັກຢາກັນພະຍາດມະເຮັງປາກມົດລູກ”.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ຍົກໃຫ້ເຫັນ ບັນຫາການແຕ່ງງານກ່ອນໄວອັນຄວນ ຊຶ່ງຍັງຄົງ ເປັນບັນຫາທ້າທາຍອັນສຳຄັນໃນ ສປປ ລາວ. ທ່ານ ໄຊມ້ອນ ນາເຊີ ຫົວໜ້າພະເເນກສື່ສານໂຄສະນາ ຂອງອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງບົດບາດອັນ ສຳຄັນຂອງສູນກາງ ແນວລາວສ້າງຊາດໃນການປຸກລະດົມຊຸມຊົນເພື່ອຢຸດຕິການແຕ່ງງານກ່ອນໄວອັນຄວນຂອງເດັກນ້ອຍໃນ ສປປ ລາວ. ທ່ານ ກ່າວຕື່ມວ່າ: “ການເເຕ່ງງານກ່ອນໄວອັນຄວນເປັນອຸປະສັກທີ່ຈໍາກັດການພັດທະນາ ຂອງເດັກຍິງ ແລະ ປະເທດຊາດ. ດັ່ງນັ້ນ, ສນຊ ເເລະ ເຄືອຂ່າຍສື່ມວນຊົນໃນລະດັບຊຸມຊົນຂອງອົງການແນວລາວສ້າງຊາດຂັ້ນທ້ອງຖິ່ນເເມ່ນມີບົດບາດອັນສໍາຄັນໃນການປ່ຽນ ແປງ ທັດສະນະຄະຕິ ຂອງຊຸມຊົນຕໍ່ບັນຫານີ້” ພ້ອມກັນນັ້ນ ພະນັກງານຈາກກະຊວງສາທາລະນະສຸກ ແລະ ສູນກາງສະຫະພັນແມ່ຍິງລາວ ໃຫ້ຂໍ້ມູນສັ້ນໆກ່ຽວກັບວຽກງານສັກຢາກັນພະຍາດກັນມະເຮັງປາກມົດລູກ ແລະ ການປ້ອງກັນການແຕ່ງງານຂອງແມ່ຍິງກ່ອນໄວອັນຄວນ ແລະ ສິ່ງທ້າທາຍໃນປັດຈຸບັນກ່ຽວການມີການເຂົ້າເຖີງຂໍ້ມູນກ່ຽວກັບວັກຊີນ. ເພື່ອໃຫ້ການຝືກອົບຮົມໄດ້ຮັບປະສິດທິຜົນ, ກອງປະຊຸມໄດ້ຈັດແບ່ງເປັນກຸ່ມ ແລະ ກະກຽມລົງສຳພາດຂ່າວຕົວຈິງ: ກຳນົດຫົວຂໍ້, ກຸ່ມເປົ້າໝາຍ, ຄຳຖາມ ປະຕິບັດຕົວຈິ່ງ ຢູ່ໂຮງຮຽນ. ກອງປະຊຸມຈະດໍາເນີນແຕ່ວັນທີ 3-5ທັນວາ 2024 ຈິ່ງສໍາເລັດ.
ຂ່າວ: ດວງມະນີ
ບກ: ສືເຊັ່ງ



