ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຄໍາສັ່ງເລກທີ411/ກລສພ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເຜີຍແຜ່ຄໍາແນະນໍາເລກທີ 211/ຄຈສພ, ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມຕ່າງໆ ພາຍໃນ ສນຊ. ໃນວັນທີ 30 ພະຈິກ 2023 ທີ່ ສນຊ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາ-ຮອງເລຂາໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ແລະ ເປັນເອກະພາບ ຕໍ່ເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ເອກະສານຕ່າງໆທີ່ໄດ້ນໍາມາເຜີຍແຜ່ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານຂອງຕົນ ໃຫ້ສອດຄ່ອງ, ເກີດດອກອອກຜົນ, ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກຳນົດໄວ້, ພ້ອມດຽວກັນນັ້ນກໍ່ໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ 2 ສະຫາຍ, ຮອງຫົວພະແນກ 1 ສະຫາຍ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍສັບຊ້ອນປ່ຽນບ່ອນປະຈໍາການ ຢູ່ ສູນກາງອົງການພຸດທະທະສາສະໜາສໍາພັນລາວ 1 ສະຫາຍ ແລະ ຮັບເອົາພະນັກງານມາຈາກສູນກາງ ສະຫະພັນແມ່ຍິງລາວ 2 ສະຫາຍ.
ສະຫາຍ ຄໍາໄຫຼ ສີປະເສີດ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໜ່ເປັນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈົ່ງພ້ອມກັນມີຄວາມບຸກບືນທາງດ້ານທິດສະດີ, ເຮັດໜ້າທີຕາມການມອບໜາຍໃຫ້ຜົນສໍາເລັດ ເປັນຕົ້ນແມ່ນການເຕົ້າໂຮມຄວາມສາມັກຄີ ປະສານງານຮ່ວມກັບພະແນກຕົນ ແລະ ກົມອື່ນ ພ້ອມທັງຮຽກຮ້ອງໃຫ້ຄະນະພັກກົມ, ສູນຝຶກອົບຮົມ ອໍານວຍຄວາມສະດວກຊ່ວຍເຫຼືອຜູ້ທີ່ຮັບໜ້າທີ່ ໃໜ່, ຮຽກຮ້ອງໃຫ້ສະຫາຍທີ່ຖືກແຕ່ງຕັ້ງເປັນຄະນະຮັບຜິດຊອບກະກຽມກອງປະຊຸມ 3 ຂັ້ນ ຈົ່ງພ້ອມກັນນໍາເອົາເນື້ອໃນທີ່ຕິດພັນວຽກງານນໍາໄປຄົ້ນຄ້ວາ, ວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ທັນກັບເວລາທີ່ຂັ້ນເທິ່ງກໍານົດໄວ້.
ບ.ກ: ສຊ ຈື້ໄຊ
ພາ-ຂ່າວ: ແສງຫລ້າ



