ສູນກາງແນວລາວສ້າງຊາດ ຈັດກອງປະຊຸມປຶກສາຫາລືກ່ຽວກັບບາງວຽກງານທີ່ສຳຄັນ

ສູນກາງແນວລາວສ້າງຊາດ ຈັດກອງປະຊຸມປຶກສາຫາລືກ່ຽວກັບບາງວຽກງານທີ່ສຳຄັນ ແລະ ຮີບດ່ວນ ຂອງແນວລາວສ້າງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ, ຄະນະປະຈຳ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ຂອງສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໃນວັນທີ 23 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ ຂອງສູນກາງແນວລາວສ້າງຊາດ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອແນໃສ່ສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຕ່າງໆ ທີ່ປິ່ນອ້ອມຂອງສູນກາງແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII; ສຸມໃສ່ການກະກຽມຄວາມພ້ອມໃນການດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ V. ພ້ອມກັນນີ້, ຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ ແລະ ປຶກສາຫາລືຕໍ່ບັນດາວຽກງານທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນວຽກງານບໍລິຫານຫ້ອງການ ແລະ ວຽກງານຈັດຕັ້ງ-ພະນັກງານ ເພື່ອແນໃສ່ປັບປຸງແບບແຜນວິທີເຮັດວຽກ ຂອງແນວລາວສ້າງຊາດແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງຂຶ້ນ.

ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ເນັ້ນໜັກຕໍ່ກອງປະຊຸມ ຕື່ມວ່າ:  ໃຫ້ຄະນະນຳຂອງສູນກາງແນວລາວສ້າງຊາດ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈົ້າການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ ຂອງຕົນກຳແໜ້ນ, ເພີ່ມທະວີຄວາມສາມັກຄີພາຍໃນ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດ,  ຫັນເອົາບັນດານິຕິກຳ, ແຜນງານ, ໂຄງການ ແລະ ກິດຈຳກຳ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງໃຫ້ລວມສູນຕາມຫຼັກການຂອງພັກ; ປັບປຸງກົນໄກການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ຫັນເປັນທັນສະໄໝ; ເຊີດຊູຄວາມເປັນແບບຢ່າງ ແລະ ຕັ້ງໜ້າປະຕິບັດໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານແນວລາວສ້າງຊາດ ມີບາດກ້າວຂຶ້ນໃໝ່ຢ່າງແຂງແຮງ ແລະ ມີປະສິດທິຜົນສູງສຸດ.

ຂ່າວ+ພາບ: ເຢ

ບກ: ໄພຈິດ