ງານເເຂ່ງຂັນກິລາບານເຕະ ມິດຕະພາບ ແລະ ກິລາມວນຊົນລະຫວ່າງ ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າເເຫ່ງຊາດລາວ ແລະ 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເປັນກຽດເຂົ້າຮ່ວມ ຈາກທ່ານ ເລັດ ໄຊຍະພອນ ກໍາມະການສູນກາງພັກ ປະທານສູນກາງສະຫະພັນກໍາມະບານລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ມອນໄຊ ລາວມົວຊົງ ກຳມະການສໍາຮອງສູນກາງພັກ ຮອງປະທານສູນກາງເເນວລາວສ້າງຊາດ, ພົນຈັດຕະວາ ພອນໃຈ ພັນທະວົງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບັນດາທ່ານການນໍາຂອງແຕ່ລະອົງການຕະຫຼອດເຖິງທີມນັກກິລາທັງຍິງ ແລະ ຊາຍ ເຂົ້າຮ່ວມຢ່າງຟົດຟື້ນ, ວັນທີ 27 ທັນວາ 2025 ນີ້ ທີ່ເດີນບານເຕະໃນຮົ່ມໂກເດັນທີ, ບ້ານໂພນສີນວນ ນະຄອນຫຼວງວຽງຈັນ.

ໃນພິທີ ທ່ານ ທອງລີ ສີສຸລິດ ປະທານຈັດງານໄດ້ຂື້ນຈັດກ່າວຕ້ອນຮັບຄະນະການນໍາ ແລະ ກ່າວເປີດງານກິລາບານເຕະມິດຕະພາບ ແລະ ກິລາມວນຊົນ ຢ່າງເປັນທາງການ ເຊິ່ງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍສະຫະພັນຊາວໜຸ່ມລາວຄັ້ງທີ I, ກອງປະຊຸມຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຄັ້ງທີII ແລະ ວັນທີ່ສໍາຄັນຕ່າງໆຂອງຊາດ, ຂອງພັກ ໃຫ້ມີຂະບວນການຟົດຟື້ນ ແລະ ເປັນການຫັດເເໜ້ນຄວາມມັກຄີລະຫວ່າງສະມາຊິກພັກ, ພະນັກງານ ໃຫ້ມີການພົບປະເເລກປ່ຽນທາງດ້ານກິລາ ແລະ ມິດຕະພາບດ້ວຍກັນ, ສໍາລັບກິດຈະກຳຄັ້ງນີ້ປະກອບມີບານເຕະຊາຍ, ແລ່ນໄຖ່ຍິງ ແລະ ຕີກ໊ອບຊາວບ້ານລວມໜູ່ ຜົນການເເຂ່ງຂັນ ທີມທີ່ສາມາດຍາດໄດ້ອັນດັບໜຶ່ງ ບານເຕະຊາຍແມ່ນທີມນັກກິລາຈາກ ສູນກາງສະຫະພັນແມ່ຍິງລາວ ໄດ້ຮັບຂັນ ແລະ ເງິນລາງວັນຈໍານວນ 9,999,999 ກີບ, ອັນດັບສອງແມ່ນທີມນັກກິລາຈາກສະຫະພັນນັກຮົບເກົ່າເເຫ່ງຊາດໄດ້ຮັບຂັນ ແລະ ເງິນລາງວັນ ຈໍານວນ8,888,888ກີບ ແລະ ອັນດັບທີ3ແມ່ນທີມນັກກິລາຈາກສູນກຊາວໜຸ່ມໄດ້ຮັບຂັນ ແລະ ເງິນລາງວັນຈໍານວນ 7,777,777 ກີບ, ສໍາລັບກິລາເເລ່ນໄຖ່ຍິງ ທີມອັນດັບ1 ແມ່ນທີມນັກກິລາຈາກ ສະຫະພັນສູນກາງກຳມະບານລາວ, ອັນດັບສອງແມ່ນທີມນັກກິລາຈາກສູນກາງເເນວລາວສ້າງຊາດ ແລະ ອັນດັບສາມແມ່ນທີມນັກກິລາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກິລາຕີກ໊ອບຊາວບ້ານລວມໜູ່ອັນດັບໜຶ່ງແມ່ນທີມນັກກິລາຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,ອັນດັບສອງແມ່ນທີມນັກກິລາຈາກສະຫະພັນນັກຮົບເກົ່າເເຫ່ງຊາດລາວ ແລະ ອັນດັບທີ່ສາມແມ່ນທີມນັກກິລາຈາກສູນກາງສະຫະພັນແມ່ນຍິງລາວ. ໂອກາດນີ້, ສູນກາງແນວລາວສ້າງຊາດ ຍັງໄດ້ຮັບເງິນອຸປະຖໍາ ຈາກ ທະນາຄານພັດທະນາລາວ (LDB) ຈໍານວນ 200,000,000 ກີບ ເຂົ້າໃນວຽກງານແນວລາວສ້າງຊາດ ອີກດ້ວຍ.



