ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດ ແລະ ຄະນະ​ນໍາກະຊວງການຕ່າງປະເທດ ປຶກສາລືວຽກງານທີ່ສໍາຄັນ

      ກອງປະຊຸມພົບປະລະຫວ່າງຄະນະ​ນໍາ ສນຊ ແລະ ຄະນະ​ນໍາກະຊວງການຕ່າງປະເທດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ. ຈັນເພັງ ສຸດທິວົງ ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ຕິ່ງ ສຸກ​ສັນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ມີ​ຮອງ​ປະທານ​ບໍ່​ປະ​ຈໍາ​ການ, ຫົວໜ້າ​ກົມ-ຮອງ​ກົມ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ ໃນ​ວັນ​ທີ 23 ມັງກອນ 2024 ຢູ່ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.
​ໃນ​ກອງ​ປະຊຸມ​ທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ປືກສາ​ຫາລື​ກ່ຽວ​ກັບ​ການ​ກະກຽມ​ຈັດ​ກອງ​ປະຊຸມ​ພົບ​ປະພີ່ນ້ອງ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ​ຄັ້ງ​ປະຖົມມະ​ເລີກ ​ທີ່ຈະຈັດຂຶ້ນໃນ​ທ້າຍ ​ປີ 2024. ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
info@lfnd.org.la | 021 213754 | (856-21) 453191