ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້ ‘‘ທັກສະການເປັນຜູ້ນໍາ ແລະ ການບໍລິຫານຂອງຄົນຍຸກໃໝ່’’ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງ ສນຊ ແລະ ອົງການຈັດຕັ້ງມະຫາຊົນຄື: ສູນກາງກໍາມະບານລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ) ເປັນກຽດເຂົ້າຮ່ວມໂດຍທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ , ມີທ່ານ ຈີ່ຊົງ ຈື່ຫວ່າໄຊກີ ຜູ້ອໍານວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ຮັບໜ້າທີ່ເປັນວິທະຍາກອນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ 5 ພາກສ່ວນເຂົ້າຮ່ວມ ໃນວັນທີ 20 ພະຈິກ 2024 ທີ່ສູນກາງແນວລາວສ້າງຊາດ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນມີ 3 ຫົວຂໍ້ໃຫຍ່ຄື: ຄວາມເປັນຜູ້ນໍາ, ການບໍລິຫານຈັດການ ແລະ ການປະຕິບັດວຽກງານໃຫ້ສໍາເລັດຜົນ, ມີການສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານເພື່ອປະຕິບັດໜ້າທີ່ຂອງຕົນໃນຕໍ່ໜ້າ,ເປັນການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງມະຫາຊົນ ,ເປັນການສ້າງຂະບວນການໃຫ້ແກ່ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງອົງການຈັດຕັ້ງມະຫາຊົນ ແລະ ໂອກາດນີ້,ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ເນັ້ນໃຫ້ນັກສໍາມະນາກອນທຸກທ່ານຈົ່ງຕັ້ງໃຈປະຕິບັດຕາມການມອບໝາຍທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃຫ້ໄດ້ບົດຮຽນນໍານັກວິທະຍາກອນໃນຄັ້ງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ນັກວິທະຍາກອນທີ່ໄດ້ເສຍເວລາເພື່ອມາແບ່ງປັນຄວາມຮູ້ປະສົບການໃຫ້ແກ່ນັກສໍາມະນາກອນເພື່ອນໍາເອົາບົດຮຽນໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.



