ສູນຄົ້ນຄວ້າ ແລະ ຝືກອົບຮົມ, ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ລາວຈໍາກັດລົງມາເຜີຍແຜ່ກ່ຽວກັບພະລັງງານສະອາດ ໃຫ້ 3 ເມືອງເປົ້າໝາຍ.

ສູນຄົ້ນຄວ້າ ແລະ ຝືກອົບຮົມ, ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ຊີຈີເອັນ ເອເນີຈີ ລາວຈໍາກັດ, ລົງມາເຜີຍແຜ່ກ່ຽວກັບພະລັງງານສະອາດ ໃຫ້ກໍາມະກໍາແນວລາວສ້າງຊາດແຂວງ, ເມືອງ ແລະ ບ້ານ ຂອງເມືອງຫຼວງນໍ້າທາ, ເມືອງສີງ ແລະ ເມືອງລອງ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄ້ວາ ແລະ ຝືກອົບຮົມ ສູນກາງແນວລາວສ້າງຊາດ, ທ່ານ ຄໍາພອນ ເຕີ່ນຈະເລີນ, ຮອງປະທານແນວລາວສ້າງຊາດ ແຂວງຫຼວງນໍ້າທາ, ປະທານແນວລາວສ້າງຊາດເມືອງ 3 ເມືອງ, ມີຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ອົງການປົກຄອງເມືອງ, ສະມາຊິກສະພາປະຊາຊົນແຂວງ, ແລະ ທ່ານ ກາວ ຈື້ ຊີ່, ຊ່ຽວຊານ ຜູ້ຕາງໜ້າຂອງບໍລິສັດ ຊີຈີເອັນ ເອເນີຈີ ລາວ ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນວັນທີ 6 ສິງຫາ 2026 ຢູ່ຫ້ອງການສະຫະພັນແມ່ຍິງແຂວງຫຼວງນໍ້າທາ.
ໃນກອງປະຊຸມ ໄດ້ເຜີຍແຜ່ກ່ຽວກັບພະລັງງານສະອາດ ແລະ ໃຫ້ຄວາມຮູ້ພາຍໃຕ້ໂຄງການຮ່ວມມືດ້ານວິຊາການກ່ຽວກັບພະລັງງານສະອາດ ຂອງລາວ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນຄົ້ນຄ້ວາ ແລະ ຝືກອົບຮົມ ສູນກາງແນວລາວສ້າງຊາດ ກັບບໍລິສັດ ຊີຈີເອັນ ເອເນີຈີ ລາວຈຳກັດ ແລະ ທ່ານ ກາວ ຈື້ ຊີ່ ໄດ້ລາຍງານສະພາບລວມຂອງ ບໍລິສັດຊີຈີເອັນ ເອເນີຈີ ລາວ ຈໍາກັດ ເຊິ່ງທ່ານໄດ້ກ່າວວ່າ: ພະລັງງານສະອາດ ແລະ ພະລັງງານໃໝ່ແມ່ນນໍາໃຊ້ຊັບພະຍາກອນທໍາມະຊາດ ເຊັ່ນ: ພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານຊີວະມວນພະລັງານດັ່ງກ່າວແມ່ນໄດ້ນໍາເອົາຕົ້ນໄມ້ ຫຼື ສີ່ງເສດເຫຼືອຈາກພຶດກະສີກໍາມາຜະລິດໄຟຟ້າ, ຊັບພະຍາກອນເຫຼົ່ານີ້ສະອາດ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ, ຊ່ວຍຫຼຸດຜ່ອນມົນລະພິດ ແລະ ປົກປ້ອງສິ່ງແວດລ້ອມ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນທີ່ຖືກໂຄງການໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ເຊິ່ງໂຄງການດັ່ງກ່າວແມ່ນສ້າງຢູ່ 5 ແຂວງ ຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ນະຄອນຫຼວງວຽງຈັນ ແລະ ແຂວງສາລະວັນ.
ຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນ ແລະ ສົນທະນາຢ່າງກົງໄປກົງມາ ແລະ ສາມາດສັງລວມໄດ້ວ່າ, ພະລັງງານສະອາດ ບໍ່ວ່າຈະເປັນ ພະລັງງານແສງຕາເວັນ, ພະລັງງານລົມ ເພື່ອສ້າງຄວາມໝັ້ນຄົງທາງດ້ານພະລັງງານ, ແກ້ໄຂບັນຫາການຂາດແຄນໄຟຟ້າໃນລະດູແລ້ງ, ເພື່ອຊຸກຍູ້ການພັດທະນາອຸດສະຫະກຳ ແບບສີຂ່ຽວ ແລະ ເປັນມິດຕໍ່ສິງແວດລ້ອມ
ທ່ານ ຄະນອງລິດ ສີສົມບູນ ໄດ້ເຜີຍແຜ່ກ່ຽວກັບໜ້າທີ່ ແລະ ບົດບາດ ຂອງກໍາມະການແນວລາວສ້າງຊາດ ຮາກຖານຕໍ່ກັບການຕິດຕາມກວດກາ, ຊຸກຍູ້ ວຽກງານພະລັງງານສະອາດ ຕື່ມອີກ.
ຕອນທ້າຍພິທີປະທານກອງປະຊຸມຍັງໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ສືບຕໍ່ນຳເອົາເນື້ອໃນຈິດ ແລະ ຄວາມຮູ້ກ່ຽວກັບພະລັງງານສະອາດທີ່ໄດ້ແລກປ່ຽນກັນ ໄປເຜີ່ຍແຜ່ສຶກສາອົບຮົມ, ນຳສະເໜີ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ປະຊາຊົນບັນດາເຜົ່າ, ເພື່ອໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດໄລຍະຍາວຂອງໂຄງການ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖີ່ນ ແລະ ເປັນເຈົ້າການໃນການຕິດຕາມ, ກວດກາ, ການປະຕິບັດໂຄງການ, ໃຫ້ສອດຄ່ອງກັບລະບຽບການ, ພ້ອມທັງເປັນຜູ້ຮັບຟັງ, ສະທ້ອນຫາງສຽງ ແລະ ປົກປັກສິດ, ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ເພື່ອໃຫ້ເກີດຄວາມເປັນທຳ, ມີຄວາມໂປ່ງໃສ່ ແລະ ຮັບປະກັນການພັດທະນາທີ່ຍືນຍົງ.