ໃນວັນທີ 31 ທັນວານີ້, ສູນລວມ ຄຣິສຕະຈັກຂ່າວປະເສີດ ສປປ ລາວ ໄດ້ຈັດງານສະຫຼອງສົ່ງທ້າຍປີເກົ່າ 2024 ແລະ ຕ້ອນຮັບປີໃໝ່ສາກົນ 2025 ຂຶ້ນທີ່ສໍານັກງານດັ່ງກ່າວ ໂດຍການເປັນປະ ທານຮ່ວມຂອງ ທ່ານສາສະໜາຈານ ຄຳແດງ ກຸນທະປັນຍາ ປະທານຄະນະບໍລິຫານສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ທັງເປັນຄະນະທີ່ປຶກສາວຽກງານສາສະໜາສູນກາງແນວລາວສ້າງຊາດເປັນກຽດເຂົ້າຮ່ວມຂອງ ທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາສະໜາຈານ ຄຳແດງ ກຸນທະປັນຍາ ໄດ້ຜ່ານບົດສະຫຼຸບຜົນງານໃນ 1 ປີ ຜ່ານມາຂອງສູນລວມ ຄຣິສຕະຈັກຂ່າວປະເສີດ ສປປ ລາວ.
ໂອກາດນີ້, ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນ 1 ປີ ຜ່ານມາ ແລະ ຮຽກຮ້ອງໃຫ້ເພີ່ມທະວີການປະສານສົມທົບກັບອົງການປົກຄອງ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ການນໍາພາດຳເນີນພິທີກຳທາງສາສະໜາໃຫ້ມີລັກສະນະປະຢັດ, ທັນສະໄໝຄ່ອງແຄ້ວສຳຄັນແມ່ນໃຫ້ໄດ້ທາງດ້ານຈິດໃຈ. ໃນປີ 2025 ນີ້ໃຫ້ຊ່ວຍເຜີຍແຜ່ປຸກລະດົມການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ. ນອກນີ້ຍັງມີວັນສ້າງຕັ້ງແນວລາວສ້າງຊາດ ຄົບ ຮອບ 75 ປີ ຊຶ່ງເປັນວັນມະຫາສາມັກຄີທົ່ວປວງຊົນລາວ ໂດຍບໍ່ຈຳແນກຊົນເຜົ່າ, ສາສະໜາ, ຊັ້ນຄົນ ລວມທັງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຂໍໃຫ້ອົງການສາສະໜາຕ່າງໆສ້າງຂະບວນການເຄື່ອນໄຫວໄປໃນລວງດຽວກັນ.ໃນພິທີໄດ້ຊົມການສະແດງສິລະປະ-ວັນນະຄະດີ, ຮ້ອງເພງ, ຂັບ ລໍາ, ມອບຂອງ ຂວັນ ແລະ ອື່ນໆ.
ຂ່າວ-ພາບ:ສຸກສໍາລານ
ບກ: ກົງແກ້ວ



