ສໍາເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

     ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໄດ້ດໍາເນີນເປັນເວລາ 1 ວັນເຄິ່ງ ນັບແຕ່ ວັນທີ 14-15 ກໍລະກົດ ນີ້ ແລະ ອັດລົງໃນຕອນເຊົ້າມື້ນີ້ ດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ຫົວຂໍ້: ‘‘ ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ ’’ ໂດຍການເປັນກຽດເຂົ້າຮ່ວມໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງສປປ ລາວ, ສໍາລັບສູນກາງແນວລາວສ້າງຊາດເປັນກຽດເຂົ້າຮ່ວມ ໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ , ມີບັນດາການນໍາ, ອະດີດການນໍາຂັ້ນສູງ, ຜູ້ແທນສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ 500 ກວ່າທ່ານ.
     ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງ ພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ຮອງປະທານສະພາທິດສະດີສູນກາງພັກ ໄດ້ຂື້ນລາຍງານຜົນສໍາເລັດການດໍາເນີນກອງປະຊຸມຄັ້ງນີ້ນັບແຕ່ວັນທີ 13 ກໍລະກົດ ເຊິ່ງໄດ້ມີການເຊື່ອມຊຶມເອກະສານຕ່າງໆທີ່ກ່ຽວຂ້ອງ ຈາກນັ້ນກໍ່ລາຍງານບັນຍາກາດໄຂກອງປະຊຸມ ແລະ ດໍາເນີນກອງປະຊຸມຕະຫຼອດຜ່ານມາໃຫ້ການນໍາ ແລະ ຜູ້ແທນກອງປະຊຸມຮັບຊາບ; ໃນໂອກາດສໍາຄັນນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຂຶ້ນໂອ້ລົມຕໍ່ກອງປະຊຸມ ທີ່ເຕັມໄປດ້ວຍເນື້ອໃນສໍາຄັນ, ນໍາເອົາຄວາມເປັນຫວ່ງເປັນໃຍຂອງພັກ-ລັດ ຕໍ່ວຽກງານສື່ມວນຊົນ ແລະ ໄດ້ເນັ້ນໃຫ້ສື່ມວນຊົນພັດທະນາ ແລະ ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງງແຂງແຮງ ໃນຕໍ່ໜ້າຕາມຍຸກ 4.0 ແລະ ນໍາໃຊ້ປັນຍາປະດິດ AI ເຂົ້ານໃນການປະຕິບັດໜ້າທີ່ການເມືອງໃຫ້ສອດຄ່ອງກັບສະພາບຕົວຈິງ; ຈາກນັ້ນ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຊີ້ນໍາກອງປະຊຸມ ໄດ້ກ່າວປິດກອງປະຊຸມມີເນື້ອໃນບາງຕອນວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໄດ້ດໍາເນີນໄປທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງເປັນພື້ນຖານສໍາຄັນໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍກອງປະຊຸມສື່ມວນຊົນ ໃຫ້ປະກົດຜົນເປັນຈິງ, ແນໃສ່ຍົກສູງບົດບາດວຽກງານສື່ມວນຊົນທົ່ວປະເທດ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ບົນພື້ນຖານການ ຈັດຕັ້ງປະຕິບັດ ຄໍາຂວັນ: “ຍົກສູງບົດບາດການນໍາພາ ຂອງພັກ ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ”; ແລະ ໄດ້ເນັ້ນບາງຈຸດອັນສໍາຄັນ ດັ່ງນີ້: 1). ໃຫ້ບັນດາອົງການຂະແໜງການສື່ມວນຊົນທຸກຂົງເຂດ ຈົ່ງໄດ້ເອົາໃຈໃສ່ຕໍ່ການເສີມຂະຫຍາຍຜົນງານດັ່ງກ່າວ ໃຫ້ນັບມື້ນັບຫຼາຍຂຶ້ນ ທັງມີຄຸນນະພາບໃໝ່ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອສ້າງໃຫ້ສື່ມວນຊົນເປັນເຄື່ອງມືທີ່ແຫຼມຄົມ ຂອງພັກເຮົາ; 2). ຂະແໜງການສື່ມວນຊົນ ສືບຕໍ່ເອົາໃຈໃສ່ສ້າງກົນໄກການປະສານງານ, ການສົມທົບກັບ ບັນດາກະຊວງ – ອົງການ ແລະ ທ້ອງຖິ່ນທີ່ຮັບຜິດຊອບວຽກງານສື່ມວນຊົນ ເພື່ອພ້ອມກັນຍົກສູງບົດ ບາດວຽກງານສື່ມວນຊົນໃຫ້ເຂັ້ມແຂງ, ມີການສະຫຼຸບຖອດຖອນບົດຮຽນ; 3) ຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງຜັນຂະຫຍາຍທິດຊີ້ນໍາ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ທີ່ໄດ້ໃຫ້ຄໍາໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຂະແໜງການສື່ມວນຊົນທົ່ວປະເທດໃຫ້: “ທັນການ, ທັນໃຈ, ທັນຍຸກ”; ບັນດາສື່ມວນຊົນຈົ່ງພ້ອມກັນປະຕິບັດໃຫ້ເປັນຈິງທິດນໍາທີ່ວ່າ: ສື່ມວນຊົນເປັນຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ທີ່ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຖືທັດສະນະຊີ້ນໍານີ້ ເປັນເຂັມທິດຊີ້ບອກທາງຂອງສື່ມວນຊົນ ພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງ ຢ່າງມີປະສິດທິຜົນສູງ ແລະ 4). ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກ, ແທດເຖິງຕົວຈິງ ແລະ ຫັນເປັນແຜນງານ, ແຜນການ, ວຽກງານອັນລະອຽດ ໃນແຕ່ລະຂະແໜງການສື່ມວນຊົນທົ່ວປະເທດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ມີປະສິດທິຜົນໃນການພັດທະນາວຽກງານສື່ມວນຊົນ ໃນໄລຍະໃໝ່; ເຮັດໃຫ້ຄາດໝາຍທີ່ວາງໄວ້ປີ 2030 ໃຫ້ປະກົດເປັນຈິງ;
ຂ່າວ-ພາບ: ໄຊວ່າງ
ບກ: ພ. ບຸບຜາ