ໃນຕອນເຊົ້າວັນທີ 7 ພະຈິກ 2025 ນີ້ ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ(ສນຊ); ສນຊ ໄດ້ຈັດພິທີປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ( 2 ທັນວາ 1975 – 2 ທັນວາ 2025) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13 ທັນວາ 1920 – 13 ທັນວາ 2025); ໃຫ້ກຽດປາຖະກະຖາໂດຍ ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມມີ ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີຮອງປະທານ, ກຳມະການ ສນຊ, ຕາງໜ້າຈາກສະມາຄົມ ແລະ ສາສະໜາຕ່າງໆ ພ້ອມດ້ວນສະມາຊິກພັກ-ພະນັກງານລັດຖະກອນ ຂອງ ສນຊ ເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຊົມບົດສາລະຄະດີ 70 ປີ ແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ແລະ ບົດສາລະຄະດີ 4 ຜົນງານທາງຄວາມຄິດ ຂອງປະທານ ໄກສອນ ພົມວິຫານ; ຫຼັງຈາກນັ້ນ, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນວ່າ ວັນຊາດ ທີ 2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ມີອະທິປະໄຕຢ່າງຄົບຖ້ວນ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກ ໄດ້ເຮັດໃຫ້ໂສມໜ້າ ຂອງປະເທດເຮົາ ມີການປ່ຽນແປງຢ່າງໃຫຍ່ຫຼວງ-ຮອບດ້ານເວົ້າລວມ ເວົ້າສະເພາະ ທາງດ້ານການເມືອງ, ວັດທະນະທຳ, ເສດຖະກິດ-ສັງຄົມ, ການຮ່ວມມືກັບສາກົນ ແລະ ອຶ່ນໆ ເຊິ່ງໄດ້ມີບາດກ້າວຂະຫຍາຍຕົວດີຂື້ນເລື້ອຍໆມາ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ພ້ອມນັ້ນ, ທ່ານ ຄໍາຜອຍ ວັນນະສານ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ທີ່ໄດ້ເຂົ້າຮ່ວມເຄື່ອນໄຫວການປະຕິວັດຊາດ ເຊິ່ງ ປະທານ ໄກສອນ ພົມວິຫານ ເປັນນັກປຸກລະດົມຂົນຂວາຍທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດທີ່ປີຊາສາມາດ ແລະ ເປັນຜູ້ນໍາທີ່ເປັນຄັນທຸງ ແລະ ເປັນແວ່ນແຍງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ, ຍາມໃດກໍຖືສຳຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ.
ຂ່າວ+ພາບ: ເຢ
ບກ: ພ.ບຸບຜາ



