ຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ.

ໃນຕອນເຊົ້າ ວັນທີ 13 ສິງຫາ 2026 ທີ່ ສູນກາງແນວລາວສ້າງຊາດ(ສນຊ), ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະ ການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້ເປັນກຽດປາຖະກະຖາ ຫວນຄືນມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານ ຂອງອົງການແນວລາວສ້າງຊາດ ຄົບຮອບ 76 ປີ (ວັນທີ 13 ສິງຫາ 1950 – 13 ສິງຫາ 2026), ໂດຍ ມີ ທ່ານ ປອ ສິນລະວົງ ຄຸດໄພທູນ ອາດີດປະທານ ສນຊ, ບັນດາທ່ານອາດີດການນຳ ຂອງ ສນຊ, ບັນດາທ່ານກໍາມະການ ສນຊ ອ້ອມຂ້າງສູນກາງ, ຄອບຄົວການນໍາ ແລະ ພະນັກງານ ຂອງ ສນຊ ເຂົ້າຮ່ວມ.
ທ່ານ ປະທານ ສນຊ ໄດ້ຍົກໃຫ້ເຫັນສາເຫດ, ເງື່ອນໄຂຕົ້ນຕໍ ແລະ ປັດໄຈພື້ນຖານທີ່ຈຳເປັນຕ້ອງສ້າງຕັ້ງອົງການແນວລາວສ້າງຊາດຂື້ນ. ພ້ອນນັ້ນ, ກໍໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມໝາຍຄວາມສຳຄັນ ແລະ ພາລະກຳປະຫວັດສາດ ກໍຄືຜົນງານອັນພົ້ນເດັ່ນ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ 3 ໄລຍະປະຫວັດສາດ ທີ່ມີຊື່ເອີ້ນແຕກຕ່າງກັນ ຄື: ໄລຍະແນວລາວອິດສະຫຼະ (1950-1956): ປະຕິບັດບົດບາດອອກໜ້າແທນພັກ ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ; ເຮັດສຳເລັດພາລະກຳປົດປ່ອຍຊາດຈາກແອກປົກຄອງລ່າເມືອງຂຶ້ນແບບເກົ່າ ໂດຍການຮັບຮູ້ເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ; ໄລຍະແນວລາວຮັກຊາດ (1956-1979): ເປັນໄລຍະພັກເຄື່ອນໄຫວເປີດເຜີຍ ໄດ້ນໍາພາການປະຕິວັດຊາດ ແລະ ແນວລາວຮັກຊາດ ໄດ້ສືບຕໍ່ພາລະບົດບາດ ເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນລາວບັນດາເຜົ່າປະກອບສ່ວນໃນຂະບວນການປະຕິວັດຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ໃນການດຳເນີນແຜນຍຸດທະສາດ 3 ບາດຄ້ອນ ປຸກລະດົມປວງຊົນລຸກຮື້ຂຶ້ນຢຶດອຳນາດທົ່ວປະເທດໃນວັນທີ 23/8/1975 ແບບ “ບົວບໍ່ຊໍ້ານໍ້າບໍ່ຂຸນ” ແຕ່ຈັບປາໄດ້ທຸກໂຕ ແລະ ປະກາດສ້າງຕັ້ງລະບອບໃໝ່ໃນວັນທີ 2 ທັນວາ 1975; ໄລຍະແນວລາວສ້າງຊາດ (1979-ປະຈຸບັນ): ປຸກລະດົມປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດ ຕາມແນວທາງປ່ຽນແປງໃໝ່, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງ 4 ເສົາຄຳ້: ປອງດອງຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ຄົນເຊື້ອຊາດລາວທີ່ດໍາລົງຊີວິດ ຢູ່ຕ່າງປະເທດ, ປະຕິບັດວຽກງານການທູດປະຊາຊົນ ກັບປະເທດເພື່ອນມິດຍຸດທະສາດ, ເພື່ອນມິດໃກ້ຄຽງ, ພາກພື້ນ ແລະ ສາກົນ. ຕິດຕາມ-ກວດກາ ການປະຕິບັດໜ້າທີ່ຂອງສະມາຊິກສະພາ, ລັດຖະບານ ແລະ ພະນັກງານ-ລັດຖະກອນ ແລະ ເປັນ ຂົວຕໍ່ທີ່ໜັກແໜ້ນລະຫວ່າງພັກ-ລັດ ກັບ ປະຊາຊົນ.
ໂອກາດນີ້, ທ່ານປະທານ ສນຊ ໄດ້ຮຽກຮ້ອງ ສະມາຊິກພັກ-ພະນັກງານ ຈົ່ງສືບຕໍ່ສຶກສາຄົ້ນຄວ້າ ແລະ ຮໍ່າຮຽນມູນເຊື້ອພື້ນຖານຂອງແນວລາວສ້າງຊາດ ເພື່ອກຳແໜ້ນ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຫຼັກແຫຼ່ງຂອງການປະຕິວັດ ແລະ ເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານໃຫ້ເປັນຮູບປະທຳ.