ສູນກາງແນວລາວສ້າງຊາດ ຈັດພິທີປາຖະກະຖາ ເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ປປລ) ຄົບຮອບ 70 ປີ ຂຶ້ນ (14 ເມສາ 1955-14 ເມສາ 2025) ເປັນກຽດປາຖະກະຖາໂດຍທ່ານ ສຸລິຍາ ແກ້ວພິລາວົງ ເລຂາທິການສູນກາງຊາວໜຸ່ມ ປປລ, ຫົວໜ້າກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມ ປປລ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ, ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານຮອງປະທານ, ຄະນະກົມ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ ທີ່ສູນກາງ ແນວລາວສ້າງຊາດ, ໃນວັນທີ 01 ເມສາ 2025;

ໂອກາດນີ້, ທ່ານຫົວໜ້າກົມອົບຮົມຊາວໜຸ່ມ ໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການກຳເນີດ, ຄວາມໝາຍຄວາມສຳຄັນຂອງການສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະ ຄື: ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ປີ 1955-1975, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄລຍະປີ 1972-1982 ເປັນໄລຍະທີ່ຄະນະຂົນຂວາຍໄດ້ອອກແຮງສຸມໃສ່ກໍ່ສ້າງການຈັດຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ດ້ວຍຮູບການເຄື່ອນໄຫວຕິດພັນກັບຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປພ້ອມກັບການປັບປຸງຍົກສູງຄຸນນະພາບ ຂອງການຈັດຕັ້ງຊາວໜຸ່ມແຕ່ສູນກາງຮອດຮາກຖານ ຈົນກ້າວໄປສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ I ໃນປີ 1983; ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນ 5 ເນື້ອໃນ ໃນການສືບ ຕໍ່ເສີມຂະຫຍາຍມູນເຊື້ອ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອໃຫ້ສົມດັ່ງຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກໄດ້ມອບນາມມະຍົດໄວ້ໃຫ້ຊາວໜຸ່ມ ທີ່ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍຫວັ່ນກົວຕໍ່ພາຍລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ”.
ບ.ກ: ພ ພຽງ
ພາບ ແລະ ຂ່າວ: ລິຄິດ



