ຮອງນາຍົກລັດຖະມົນຕີ ຕ້ອນຮັບຮອງຜູ້ອໍານວຍການໃຫຍ່ ອົງການກອງທຶນການເງິນສາກົນ

       ຕອນເຊົ້າວັນທີ 10 ຕຸລາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Kenji Okamura ຮອງຜູ້ອຳນວຍການໃຫຍ່ ອົງການກອງທຶນການເງິນສາກົນ (IMF) ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ໃນລະຫວ່າງວັນທີ 9-11 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ.
      ການຕ້ອນຮັບ ຮອງຜູ້ອຳນວຍການໃຫຍ່ ອົງການກອງທຶນການເງິນສາກົນຄັ້ງນີ້, ເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການກອງທຶນການເງິນສາກົນ ໂດຍສະເພາະ ການຮ່ວມມືໃນຂົງເຂດ ວຽກງານການຄຸ້ມຄອງ ເສດຖະກິດມະຫາພາກໃນ ສປປ ລາວ ແລະ ພາກພື້ນ, ທັງເປັນການຕອບສະໜອງ ຕາມການເຊື້ອເຊີນຂອງ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ທີ່ ນະຄອນຫລວງວຽງຈັນ ສປປ ລາວ.
      ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການກອງທຶນການເງິນສາກົນ, ພ້ອມທັງ ສະແດງຄວາມຂອບໃຈ ທີ່ອົງການກອງທຶນການເງິນສາກົນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອໃນໄລຍະຜ່ານມາ ລວມທັງການໃຫ້ຄຳປຶກສາ ດ້ານນະໂຍບາຍທີ່ເປັນປະໂຫຍດ ຕໍ່ການຈັດຕັ້ງປະຕິບັດ ເສດຖະກິດມະຫາພາກຂອງ ສປປ ລາວ, ທັງໄດ້ຮັບການຊ່ວຍເຫລືອ ຍົກລະດັບດ້ານວິຊາການ ຊຶ່ງລ້ວນແລ້ວແຕ່ປະກອບສ່ວນເຂົ້າໃນການຄຸ້ມຄອງເສດຖະກິດຂອງ ສປປ ລາວ ໃຫ້ມີສະຖຽນລະພາບ ແລະ ເຂັ້ມແຂງ.