ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ

ພາຍຫຼັງສໍາເລັດກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດຄັ້ງປະຖົມມະເລິກ ໃນວັນທີ 12 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 13 ພະຈິກ 2024 ທີ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງຄະນະພີ່ນ້ອງເຊື້ອຊາດລາວຢູ່ຕ່າງ ປະເທດ ເນື່ອງໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະພີ່ນ້ອງເຊື້ອຊາດລາວຄັ້ງປະຖົມມະລືກ ເພື່ອເສີມສ້າງຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບ, ຖືເປັນນິມິດໝາຍທີ່ດີເພື່ອສ້າງຄວາມຮັກແພງເຊິ່ງກັນ ແລະ ກັນ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ຄະນະພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດໃນຄັ້ງນີ້, ເຊິ່ງລັດຖະບານລາວ ຍາມໃດກໍຖືວ່າພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ສໍາຄັນທີ່ບໍ່ສາມາດຕັດແຍກ ອອກຈາກວົງຄະນະຍາດແຫ່ງຊາດໄດ້ ແລະ ເປັນກໍາລັງແຮງອັນໜຶ່ງ ໃນການສ້າງສາພັດທະນາປະເທດຊາດ, ເປັນປັດໄຈສໍາຄັນໃນການເປີດກ້ວາງສາຍພົວພັນມິດ ຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ກັບບັນດາປະເທດທີ່ພວກທ່ານອາໄສຢູ່. ພັກ, ລັດຖະບານ ສປປ ລາວ ມີຄວາມມຸ້ງຫວັງເປັນຢ່າງຍິ່ງຢາກໃຫ້ພີ່ນ້ອງຊາວລາວທັງພາຍໃນ ແລະ ຕ່າງປະເທດມີຄວາມຮັກແພງສາມັກຄີກັນ, ມີຄວາມທະນົງໃຈຕໍ່ການເປັນຄົນລາວ, ເຊື້ອຊາດລາວ, ມີຈິດໃຈຮັກບ້ານເກີດເມືອງນອນອັນສູງສົງຂອງຕົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.

ໃນພາລະກິດປ່ຽນແປງໃໝ່, ລັດຖະບານ ມີນະໂຍບາຍເປີດກວ້າງ ເພື່ອຕ້ອນຮັບພີ່ ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ໃຫ້ອ່ວາຍໜ້າກັບຄືນມາຫາປະເທດຊາດ ເວົ້າລວມ, ເວົ້າສະເພາະສະພາແຫ່ງຊາດ ໄດ້ຊຸກຍູ້ນະໂຍບາຍຫລາຍດ້ານ ແລະ ອອກນິຕິກຳຫລາຍສະບັບ, ອັນໄດ້ເຮັດໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດເຂົ້າໃຈ ແລະ ໃຫ້ການສະໜັບສະໜູນຕໍ່ແນວທາງນະໂຍບາຍຂອງລັດຖະບານ, ນັບແຕ່ປີ 1990 ເປັນຕົ້ນມາ, ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ທະຍອຍກັນກັບຄືນມາຢ້ຽມຢາມຍາດຕິພີ່ນອ້ງ, ບ້ານເກີດເມືອງນອນນັບມື້ນັບຫລາຍຂື້ນ. ນອກຈາກນີ້, ພີ່ນ້ອງເຊື້ອຊາດລາວທີ່ເປັນນັກທຸລະກິດ, ຊ່ຽວຊານ, ທີ່ປຶກສາ ແລະ ວິຊາການທີ່ມີຄວາມຮູ້ຄວາມສາມາດ ໄດ້ໃຫ້ຄວາມສົນໃຈ ໃນການດຳເນີນທຸລະກິດ ແລະ ລົງທຶນ ຢູ່ ສປປ ລາວ ມີຈຳນວນຫລາຍຂຶ້ນໃນແຕ່ລະປີ.

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດ ກໍຄື ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຢ່າງຈິງໃຈ, ມາຍັງບັນດາພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ, ທັງມີຄວາມມຸ້ງຫວັງເປັນຢ່າງຍິ່ງ ທີ່ຢາກໃຫ້ພີ່ນ້ອງຊາວລາວ ທັງພາຍໃນ ແລະ ຕ່າງປະເທດມີຄວາມຮັກແພງສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງມີຄວາມປະສົງຢາກໃຫ້ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດເຄື່ອນໄຫວດໍາລົງຊີວິດຢ່າງຫມັ້ນຄົງ, ຖືກຕ້ອງຕາມກົດຫມາຍຂອງປະເທດທີ່ພວກທ່ານອາໄສຢູ່, ກໍ່ສ້າງຊີວິດການເປັນຢູ່ໃຫ້ດີ, ມີຄວາມທະນົງໃຈຕໍ່ການເປັນຄົນເຊື້ອຊາດລາວ, ມີນໍ້າໃຈຮັກຊາດຮັກບ້ານເກີດເມືອງນອນຂອງຕົນ, ສືບຕໍ່ຮັກມູນເຊື້ອວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດລາວໄວ້, ທັງຫັນຫນ້າກັບຄືນມາຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງຮັ່ງມີຂຶ້ນໄປເລື້ອຍໆ ຕາມເງື່ອນໄຂ ແລະ ຄວາມອາດສາມາດຂອງແຕ່ລະຄົນ.

ກົມໂຄສະນາ