ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວຊຸກຍູ້ວຽກງານກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງແນວລາວສ້າງຊາດ ຢູ່ແຂວງຈໍາປາສັກ

     ຕອນເຊົ້າຂອງວັນທີ 11 ມີນາ 2024, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ສະໜັ່ນ ສີພາພົມມະ ຈັນ ຮອງເລຂາພັກແຂວງ ຫົວໜ້າຈັດຕັ້ງແຂວງ ເພື່ອລາຍງານກ່ຽວກັບການລົງມາເຄື່ອນໄຫວໃນຄັ້ງນີ້.
     ຕອນບ່າຍຂອງວັນດຽວກັນທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະຍັງໄດ້ພົບປະໂອ້ລົມຄະນະກໍາມະການສູນກາງແນວລາວສ້າງຊາດປະຈໍາ ແຂວງ ແລະ ກຳມະການແນວລາວສ້າງຊາດ ແຂວງຈໍາປາສັກ ເພື່ອຊຸກຍູ້ວຽກງານປັບປຸງກົງຈັກ, ບຸກຄະລາກອນ ຕິດພັນກັບການຊຸກຍູ້ວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ຢູ່ແຂວງຈໍາປາສັກ. ການພົບປະໂອ້ລົມຄັ້ງນີ້ ຈັດຂຶ້ນຢູ່ຫ້ອງປະຊຸມ 406 ຫ້ອງວ່າການແຂວງ ໂດຍມີທ່ານ ນາງ ວາດສະໜາ ສີລິມາ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ; ກຳມະການແນວລາວສ້າງຊາດແຂວງ, ການນໍາອົງການຈັດຕັ້ງພາຄີ ແລະ ການນໍາສະຫະພັນນັກຮົບເກົ່າແຂວງ ຕະຫຼອດຮອດສະມາຊິກພັກ ແລະ ພະນັກງານພາຍໃນຫ້ອງການ ແນວລາວສ້າງຊາດແຂວງ ເຂົ້າຮ່ວມ. ໃນການພົບປະໂອ້ລົມ, ກ່ອນອື່ນ ທ່ານ ນາງ ວາດສະໜາ ສີລິມາ ໄດ້ລາຍງານການເຄື່ອນໄຫວວຽກງານຂອງແນວລາວໃນໄລຍະຜ່ານມາ ໃຫ້ທ່ານຮອງປະທານສູນກາງແນວລາວສ້າງຊາດ ໂດຍສັງເຂບ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ. ຈາກນັ້ນ ກໍ່ໄດ້ຮັບຟັງການສະເໜີ ລາຍງານຈາກພາກສ່ວນກ່ຽວຂ້ອງຂອງສູນກາງແນວລາວສ້າງຊາດ ເຊີ່ງໄດ້ມີຄໍາເຫັນແນະນໍາໂດຍສະເພາະແມ່ນການກະກຽມວຽກງານດ້ານບຸກຄະລາກອນ, ດ້ານເນື້ອໃນ, ດ້ານເສດຖະກິດ ແລະ ວຽກງານໂຄສະນາ – ຂະບວນການ. ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ກໍມີຄໍາເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ການນໍາ ກໍຄືຄະນະກໍາມະການສູນກາງແນວລາວສ້າງຊາດປະຈໍາແຂວງ ແລະ ກຳມະການແນວລາວສ້າງຊາດແຂວງ ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນບົດບາດຂອງແນວລາວສ້າງຊາດ, ກໍາແໜ້ນມູນເຊື້ອຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຂົ້າໃຈເນື້ອແທ້ໃນການປຸກລະ ດົມສັງຄົມ ແລະ ປະຊາຊົນໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືທ້ອງຖິ່ນຕົນ. ເອົາໃຈໃສ່ປະສານງານກັບອົງການຈັດຕັ້ງພາຄີ ແລະ ການນໍາສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງສັງຄົມ ໃຫ້ແໜ້ນແຟ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດ. ນອກນີ້ ກໍໃຫ້ເອົາໃຈໃສ່ຍົກສູງພາລະບົດ ບາດການຊີ້ນໍາ – ຂົນຂວາຍ ເພື່ອສ້າງການຫັນປ່ຽນໃໝ່ ແລະ ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ. ຕ້ານ, ສະກັດກັ້ນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ຖັນແຖວສະມາຊິກພັກ – ພະ ນັກງານ; ສືບຕໍ່ເອົາໃຈໃສ່ປັບປຸງກົນໄກ ແລະ ກົງຈັກການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ການກໍານົດແຜນພັດທະນາ ທັງໃນສະເພາະໜ້າ ແລະ ຍາວນານ. ສໍາລັບວຽກງານຊັ້ນຄົນ ແລະ ສາສະໜາ ເຊິ່ງເປັນວຽກງານທີ່ລະອຽດອ່ອນ ຕ້ອງເອົາໃຈໃສ່ປຶກສາຫາລື, ເຕົ້າໂຮມຄວາມສາ ມັກຄີ ເຮັດໃຫ້ການເຄື່ອນໄຫວວຽກງານໄປໃນທິດທາງດຽວກັນ ພາຍໃຕ້ລະບຽບກົດໝາຍບ້ານເມືອງ. ທັງນີ້ ກໍເພື່ອເຮັດໃຫ້ວຽກງານປັບປຸງກົງຈັກ, ບຸກຄະລາກອນ ຕິດພັນກັບການຊຸກຍູ້ວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ຢູ່ແຂວງ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ບກ: ກົງແກ້ວ
ຂ່າວ-ພາບ: ນັກຂ່າວ ແຂວງຈຳປາສັກ
 
info@lfnd.org.la | 021 213754 | (856-21) 453191