ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ: ໃນວັນທີ 15-16/1/2025 ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານ ໃຫ້ຮູ້ວ່າ: ສໍາລັບຄວາມຄືບໜ້າໃນການກະກຽມ ແລະ ດຳເນີນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຕິດພັນກັບ 3ວັນປະຫວັດສາດ ຂອງພັກຂອງຊາດ ໃນ ປີ 2025, ເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ ແລະ ໃນທົ່ວປວງຊົນລາວບັນດາເຜົ່າພ້ອມກັນອອກແຮງແຂ່ງຂັນສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃຫ້ເປັນບຸນມະຫາສາມັກຄີໃນທົ່ວປວງຊົນ ແລະ ເປັນຂະບວນການຟົດຟື້ນໃນຂອບເຂດທົ່ວປະເທດ.
ກົມໂຄສະນາ ສູນກາງແນວລາວສ້າງຊາດ



