ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ, ໃນວັນທີ 15-16 ມັງກອນ 2025ນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ປະຈຳປີ 2024 ໂດຍອີງໃສ່ເນື້ອໃນຈິດໃຈຂອງກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XI ເຊີງໄດ້ວາງຄາດ ໝາຍສູ້ຊົນຮັບປະກັນໃຫ້ແຜນພັດທະນາອົງການແນວລາວສ້າງຊາດໄດ້ຮັບການຈັດຕັ້ງປະຕິບັດ ເຊິງໂຄງການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາມີ 28 ໂຄງການ ແລະ ມີໂຄງການເພີ່ມ 13 ໂຄງການ ເຖິ່ງວ່າ: ໃນໄລຍະ 1ປີທີ່ຜ່ານມາ ມີຄວາມຫຍຸ່ງຍາກ, ສິ່ງທ້າທາຍຫຼາຍປະການໃນພາກພື້ນ, ສຳລັບປະເທດຂອງພວກເຮົາກໍ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ-ເງິນຕາ, ຄ່າຄອງຊີບສູງ ເຊິ່ງໄດ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ກໍຄືກະທົບຕໍ່ການຈັດຕັ້ງປະຕິບັດມະຕິ ແລະ ແຜນພັດທະນາຂອງແນວລາວສ້າງຊາດທີ່ວາງໄວ້ ແຕ່ດ້ວຍການຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ຄະນະປະຈຳສູນກາງແນວລາວສ້າງຊາດ ແລະ ຄວາມບຸກບືນຂອງແນວລາວສ້າງຊາດແຕ່ລະຂັ້ນ, ຄະນະທີ່ປຶກສາວຽກງານຕ່າງໆ ແລະ ບັນດາກົມເຫັນວ່າ: ໃນ5ແຜນງານ ແລະ 29 ໂຄງການ ທີ່ກຳນົດໄວ້ໃນກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ຄັ້ງທີ 3 ສະໄໝທີ XI ໄດ້ຮັບການຈັດຕັ້ງປະຕິບັດເປັນລຳດັບ, ທ່ານ ຍັງໃຫ້ຮູ້ຕື່ມວ່າ: ສຳລັບປີ2025ນີ້, ຈະສືບຕໍ່ສຸມໃສ່ຊີ້ນຳ ແລະ ຜັນຂະຫຍາຍມະຕິກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ XI ແລະ ບັນດາແຜນງານໂຄງການທີ່ກຳນົດໃນແຜນພັດທະນາປີ 2025 ໄປຕາມແຜນລວມທີ່ຄະນະປະຈຳ ສນຊ ກຳນົດໄວ້ ແລະ ທິດທາງລວມ ຂອງມະຕິ04/ກມສພ ແລະ ມະຕິ 12/ຄປຈ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍໃຫ້ໄດ້ຮັບຜົນດີເປັນກ້າວໆ.
ກົມໂຄສະນາ ສູນກາງແນວລາວສ້າງຊາດ



